(Duc) ການເຈລະຈາຜ່ານເຄື່ອຄ່າຍອີນເຕີແນັດກ່ຽວກັບການລົງທຶນ ແລະ ພັດທະນາເຂດເສດຖະກິດ ຢຸງກວດ
(vovworld) - ຕອນເຊົ້າວັນທີ 12/8, ປະຕູຖານຂໍ້ມູນລັດຖະບານ ໄດ້ສົມທົບກັບສູນໂທລະພາບຫວຽດນາມ ຢູ່ດານັ້ງ ແລະ ສະຖານີວິທະຍຸກະຈາຍສຽງໂທລະພາບ ແຂວງກວາງຫງ້າຍ ໄດ້ຈັດການເຈລະຈາໂດຍກົງຜ່ານເຄື່ອຄ່າຍອີນເຕີແນັດກ່ຽວກັບຫົວຂໍ້ທີ່ວ່າ “ການລົງທຶນ ແລະ ພັດທະນາເຂດເສດຖະກິດ ຢຸງກວດ” ລາຍການມີການເຂົ້າຮ່ວມຂອງການນຳຄະນະກຳມະການປະຊາຊົນແຂວງກວາງຫງ້າຍ, ຜູ້ຕາງໜ້າບັນດາກະຊວງທີ່ກ່ຽວຂ້ອງ. ດ້ວຍເວລາ ກວ່າ 1 ຊົ່ວໂມງ, ບັນດາແຂກຖືກເຊີນ ໄດ້ຊີ້ແຈ້ງບົດບາດ ແລະ ຄວາມໝາຍຂອງເຂດເສດຖະກິດຢຸງກວດ ຕໍ່ການພັດທະນາເສດຖະກິດ - ສັງຄົມໃນເຂດ. ພາຍຫຼັງ 16 ປີເມື່ອທ່ານນາຍົກລັດຖະມົນຕີ ຕົກລົງສ້າງຕັ້ງ, ມາຮອດປະຈຸບັນ, ເສດເສດຖະກິດຢຸງກວດ ໄດ້ດຶງດູດ 115 ໂຄງການການລົງທຶນ, ດ້ວຍຍອດຈຳນວນເງິນຈົດທະບຽນກວ່າ 174.000 ຕື້ດົງ, ໃນນັ້ນມີ 15 ໂຄງການລົງທຶນຂອງຕ່າງປະເທດ, ດ້ວຍຍອດຈຳນວນເງິນລົງທຶນກວ່າ 5,7 ຕື້ USD. ປະຈຸບັນເຂດເສດຖະກິດຢຸງກວດ ພວມສຸມໃສ່ຮຽກຮ້ອງການລົງທຶນຈາກບັນດາປະເທດອາຊີຕາເວັນອອດ ແລະ ອາຊີຕາເວັນອອກສຽງໃຕ້, ປະຕິບັດບັນດານະໂຍບາຍໃຫ້ບຸລິມະສິດເພື່ອຊ່ວຍເຫຼືອ, ຮ່ວມມືພ້ອມກັບບັນດານັກລົງທຶນ… ທ່ານ Pham Nhu So, ຮອງປະທານຄະນະກຳມະການປະຊາຊົນແຂວງກວາງຫງ້າຍ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດຢຸງກວດ ໃຫ້ຮູ້ວ່າ.
“ເມື່ອບັນດານັກລົງທຶນ ເຂົ້າມາລົງທຶນຢູ່ເຂດເສດຖະກິດຢຸງກວດ ຕ້ອງລາຍງານຕີລາຄາຜົນກະທົບເຖິງສິ່ງແວດລ້ອມ. ອິ່ງໃສ່ບັນດາມາດຕະຖານທີ່ຍົກອອກມາ ບັນດານັກລົງທຶນຕ້ອງຮັບປະກັນບັນດາມາດຕະຖານນັ້ນ. ໃນການເຄື່ອນໄຫວ ຜະລິດຂອງບັນດາໂຮງງານ, ເລື່ອງຕິດຕາມກວດກາກໍ່ສຳຄັນພິເສດ ຈາກນັ້ນຈະແກ້ໄຂເພີ່ມເຕີມສຳລັບບັນດາບັນຫາທີ່ຍັງເຫຼືອ”.