ການເຈລະຈາລະຫວ່າງ ນາຍົກລັດຖະມົນຕີຫວຽດນາມ ແລະ ລັດເຊຍ

ການເຈລະຈາລະຫວ່າງ ນາຍົກລັດຖະມົນຕີຫວຽດນາມ ແລະ ລັດເຊຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ແລະ ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Medvedev (ພາບ: nguyentandung)


vovworld- ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ​ແຕ່​ວັນ​ທີ 6-7/11, ຕອນ​ເຊົ້າ​ວັນ​ທີ 7/11, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ແລະ ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Medvedev ​ໄດ້​ດຳ​ເນີນ​ການ​ເຈລະຈາ. ທີ່​ການ​ເຈລະຈາ, ການ​ນຳ 2 ປະ​ເທດ​ໄດ້​ເປັນ​ເອກະສັນ​ກັນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ເມືອງ​ລະຫວ່າງ 2 ປະ​ເທດ​ໂດຍ​ຜ່ານ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ຫັນ​ການ​ຮ່ວມມື​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ແລະ ທ່ານ​ນາຍົກ ລັດຖະມົນຕີລັດ​ເຊຍ Medvedev​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ທາງ ແລະ ມາດຕະການ ຜັນຂະຫຍາຍບັນດາໂຄງການຮ່ວມມືຍຸດທະສາດ, ເພີ່ມທະວີການ ແລກປ່ຽນການຄ້າເພື່ອຍົກວົງເງິນ 2 ສົ້ນຂຶ້ນເຖິງ 7 ຕື້ USD ​ໃນ​ປີ 2015. ທ່ານ​ນາຍົກລັດຖະມົນຕີທັງ 2 ຍັງ​ເນັ້ນ​ເຖິງ​ຄວາມ​ໝາຍ​ສຳຄັນ​ຂອງ​ຂອງ​ເລື່ອງ​ຫວຽດນາມ ​ແລະ ພັນທະ​ພາບ​ພາສີ​ເປັນ​ເອກະ​ພາບ​ກັນຈະ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ FTA ​ໃນ​ໄຕ​ມາດ 1 ປີ 2013 ​ແລະ ສຳ​ເລັດ​ການ​ເຈລະຈາ​ໃນ​ຮອບ​ເວລາ 2 ປີ . 2 ຝ​່າຍຍັງ ເປັນ​ເອກະສັນ​ກັນສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ເນັ້ນ​ໜັ້ກວ່າ ຫວຽດນາມຖື​ເປັນ​ສຳຄັນ​ການ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ລັດ​ເຊຍ​​ໃນ​ຂົງ​ເຂດ​ພະລັງງານ​ເວົ້າ​ລວມ ​ແລະ ນ້ຳມັນ​ອາຍ​ແກັດ​ເວົ້າ​ສະ​ເພາະ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ສະ​ເໜີ​ຝ່າຍ​ລັດ​ເຊຍ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດນ້ຳມັນ​ອາຍ​ແກັດຂອງ 2 ປະ​ເທດສ້າງ​ຕັ້ງ​ກຸ່ມ​ຮ່ວມ​ທຸລະ​ກິດ​ໃໝ່​ເພື່ອ​ເຂົ້າ​ຮ່ວມບັນດາ​ໂຄງການ​ຢູ່​ລັດ​ເຊຍ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung  ຢືນຢັນ​ວ່າ ລັດຖະບານ​ຫວຽດນາມ​ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​​ເພື່ອໃຫ້​ວິ​ສາ​ຫະກິດ​ລັດ​ເຊຍຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ນ້ຳມັນ​ອາຍ​ແກັດ​ຢູ່​ເຂດ​ໄຫຼ່​ທະວີບ​ຫວຽດນາມ. ສ່ວນ ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Medvedev ຢືນຢັນ​ວ່າ ທາງ​ຝ່າຍ​ລັດ​ເຊຍ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ຫວຽດນາມ​ໃນ​ການ​ສຳ​ຫຼວດຂຸດ​ຄົ້ນ ນ້ຳມັນ​ອາຍ​ແກັດ​ຢູ່​ເຂດ​ໄຫຼ່​ທະວີບ​ຫວຽດນາມ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ພ້ອມ​ທັງ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດຮ່ວທຸລະ​ກິດນ້ຳມັນ​ອາຍ​ແກັດຂອງ 2 ປະ​ເທດ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ດິນ​ແດນ​ລັດ​ເຊຍ. ພາຍຫຼັງ​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung  ​ແລະ ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Medvedev ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ສັນຍາ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ນຳ​ໃຊ້​ຮ່ວງ​ອາ​ວະ​ກາດ​ເພື່ອ​ຈຸດປະສົງ​ສັນຕິພາບ ​ແລະ ​ເອກະສານ​ຮ່ວມ​ມື​​ໃນ​ຂົງຂົງ​ເຂດ​ພະລັງງານ​, ການ​ຄ້າ.

   ຕອບ​ສຳພາດ​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ການ​ເຈລະຈາ. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ກ່າວ​ວ່າ : 

   “ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ເລື່ອງ​ບັນດາ​ກະຊວງ, ອົງການ, ຂະ​ແໜງ​ການ​ຕ່າງໆ​ທີ່​ກ່ຽວຂ້ອງ​ຂອງ 2 ​ປະ​ເທດ ​ໄດ້​ພະຍາ​ຍາມ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກັດ, ​ໄຟຟ້າ​ນິວ​ເຄຼຍ, ​ແລະ ​ເຕັກນິກ-ການ​ທະຫານ. ລັດຖະບານ​ຫວຽດນາມ ​ແລະ ລັດ​ເຊຍ​ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​​ເພື່ອ​ໃຫ້ ບັນດາ​ກະຊວງ, ອົງການ, ຂະ​ແໜງ​ການ, ວິ​ສາ​ຫະກິດ​ຕ່າງໆຂອງ 2 ​ປະ​ເທດ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ສຳ​ຫຼວດ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັດ​ຢູ່​ຜືນ​ແຜ່ນດິນ​ຂອງ​ກັນ, ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍນິງ​ຖ້ວນ​ເລກ 1 ດ້ວຍ​ຄວາມ​ປອດ​ໄພ, ມີ​ປະສິດທິ​ຜົນ, ນຳ​ການ​ຮ່ວມ​ມື​ທາງ​ດ້ານ ເຕັກນິກ-ການ​ທະຫານ ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ”

 

 

ຂ່າວ/ບົດ​ອື່ນ