ການເຈລະຈາສັນຕິພາບ ລະຫວ່າງປາແລດສຕິນ - ອິສຣາແອນ ອາດສາມາດເລີ່ມຕົ້ນໃນອາທິດໜ້າ

ການເຈລະຈາສັນຕິພາບ ລະຫວ່າງປາແລດສຕິນ - ອິສຣາແອນ ອາດສາມາດເລີ່ມຕົ້ນໃນອາທິດໜ້າ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 25/07, ທ່ານ​ລັດຖະມົນຕີ​ກະຊວງພັດທະນາ​​ເຂດ​ອິດສຣາ​ແອນ Silvan Shalom ​ໄດ້​ເປີ​ດ​ເຜີຍວ່າ ການ​ເຈລະຈາ​ສັນຕິພາບ​ລະຫວ່າງ ປາ​ແລດ​ສຕິນ ​ແລະ ອິດສຣາ​ແອນ ​ໂດຍ​ອາ​ເມ​ລິ​ກາ ອຸປະຖຳອາດສຈະ​ເລີ່ມປະຕິບັດ​ໃນວັນ​ທີ 30/07 ຈະ​ມາ​ເຖິງ, ​​ແຕ່​ທັງ 2 ຝ່າຍ​ຍັງ​ບໍ່​ທັນ​ປະກາດ​​ເວລາ​ດຳ​ເນີນ​ຢ່າງ​ລະອຽດ​. ຕອບ​ສຳ​ພາດທີ່​ການ​ພົບ​ປະ​ກັບ​ຝ່າຍ​ອິດສຣາ​ແອນ ຢູ່​ເຂດ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ​ທີ່ຖືກຢືດ​ຄອງ, ທ່ານ Silvan Shalom ຖະ​ແຫຼງວ່າ ອິດສຣາ​ແອນ ປາດ​ຖະໜາ​ວ່າ ການ​​ເຈລະ​ຈາ​ຈະ​ເລີ່​ມປະຕິບັດ​ໃນ​ອາທິດ​ໜ້າ ​ແລະ ​ໃຫ້​ຮູ້​ວ່າ “ຖ້າ​ບໍ່​ມີ​ການ​ປ່ຽນ​ແປງ​, ການ​ເຈລະຈາ​ອາດ​ຈະ​ດຳ​ເນີນ​ໃນ​ວັນ​ທີ 30/07 ຢູ່​ວໍ​ຊິງ​ຕັນ”. ​ໂຄສົກ​ຂອງ​ປະທານາທິບໍດີ​ປາ​ແລດ​ສຕິນ Nabil Abu Rudeina ​ໃຫ້​ຮູ້​ວ່າ ປາ​ແລດ​ສຕິນ ຍັງ​ລໍຖ້າ​ຄຳ​ເຊີນ​ຈາກ​ຝ່າຍ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ ສຳລັບ​ຄະນະ​ເຈລະຈາ​ຂອງປະ​ເທດ​ນີ້ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​​ປະຕິບັດ​ບັນດາ​ສິ່ງ​ທີ່​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ຢ່າງ​ຖືກຕ້ອງ.

        ​ໃນ​ອາທິດ​ກອນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Kerry ​ໄດ້​ຖະ​ແຫຼງວ່າ ອິດສຣາ​ແອນ ​ແລະ ປາ​ແລດ​ສຕິນ ຈະ​ເລີ່​ມ​ປະຕິບັດ​ການເຈລະຈາ​ສັນຕິພາບຄືນ​ໃໝ່ ຢູ່​ວໍ​ຊິງ​ຕັນ ພາຍ​ຫຼັງ​ຖືກ​ຢຸດຕິ​ຊົ່ວຄາວເປັນ​ເວລາ 3 ປີ.

ຂ່າວ/ບົດ​ອື່ນ