(vovworld) - ວັນທີ 21/04, ທູດພິເສດຂອງສະຫະປະຊາຊາດກ່ຽວກັບຊີຣີ Staffan de Misrura ໃຫ້ຮູ້ວ່າ, ບັນດາການເຈລະຈາ ຈະໄດ້ສືບຕໍ່ຈັດຕັ້ງໃນອາທິດຈະມາເຖິງ ໂດຍບໍ່ຫົວຊາຕໍ່ເລື່ອງຝ່າຍຄ້ານຕົ້ນຕໍຂອງຊີຣີ ຕົກລົງຖອນອອກຈາກໂຕະເຈລະຈາກ່ອນນັ້ນ. ໃນການຕອບສຳພາດຕໍ່ຊ່ອງກະຈາຍສຽງວິທະຍຸ - ໂທລະພາບສະວິດ RTS, ທ່ານ Misrura ເນັ້ນໜັກວ່າ ຕ້ອງສືບຕໍ່ວິວັດການເຈລະຈາ, ແກ່ຍາວຄຳສັ່ງຢຸດຍິງ ແລະ ທ່ານ “ຈະຮຽກຮ້ອງບັນດາປະເທດໜູນຊ່ວຍພົບປະ”. ນອກນັ້ນ, ທ່ານ Misrura ຍັງໃຫ້ຮູ້ຕື່ມອີກວ່າ, ພາຍຫຼັງການປະທະກັນແກ່ຍາວມາເປັນເວລາກວ່າ 5 ປີ, ໄດ້ເຮັດໃຫ້ 400.000 ຄົນເສຍຊີວິດ, ສູງກວ່າ ຕົວເລກສະຖິຕິຂອງສະຫະປະຊາຊາດກ່ອນນັ້ນຫຼາຍທີ່ສຸດ (ແມ່ນແຕ່ 250.000 – 300.000 ຄົນ).