ການເຈລະຈາຫວຽດນາມ - ຈີນ ກ່ຽວ ກັບເຂດທະເລນອກອ່າວພາກເໜືອ

ການເຈລະຈາຫວຽດນາມ - ຈີນ ກ່ຽວ ກັບເຂດທະເລນອກອ່າວພາກເໜືອ  - ảnh 1
(ພາບປະກອບ)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 26-27/9/2012, ຢູ່​ປັກ​ກິ​ງ ​ໄດ້​ດຳ​ເນີນ​ການ​ເຈລະຈາ​ຮອບທີ 2 ຂັ້ນ​ນັກວິຊາການ​ຫວຽດນາມ - ຈີນ ກ່ຽວ​ກັບ​ເຂດ​ທະ​ເລນ​ອກອ່າວ​ພາກ​ເໜືອ. ການ​ເຈລະຈາ​ດຳ​ເນີນ​ໄປ​ໃນ​ບັນຍາ​ການ​ມິດຕະພາບ, ກົງ​ໄປ​ກົງ​ມາ ​ແລະ ສ້າງສັນ. ສອງ​ຝ່າຍ​ຢືນຢັນ​ເຖິງ​ຄວາມ​ຕັດສິນ​ໃຈ​ພ້ອມ​ກັນ​ມານະ​ພະຍາຍາມ​ຊຸກຍູ້​ການ​ເຈລະຈາ​ບົນ​ພື້ນຖານ​ບັນດາ​ຫຼັກການ​ທີ່​ໄດ້​ລະບຸ​ໄວ້​ໃນ ”ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ໃນ​ການ​ຊີ້​ນຳ​ແກ້​ໄຂ​ບັນຫາ​ໃນ​ເຂດ​ທະ​ເລ​ຫວຽດນາມ - ຈີນ” ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ເດືອນ 10/2011, ຊຸກຍູ້​ການ​​ແບ່ງ​ກຳນົດ​ເຂດ​ທະເລຢູ່​ອ່າວ​ພາກ​ເໜືອ. ພ້ອມ​ທັງ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຮ່ວມ​ມື​ພ້ອມ​ກັນ​ພັດທະນາ​ຢູ່​ເຂດ​ທະ​ເລ​ນີ້. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ວ່າ ​ຫຼັກການ​ຊີ້​ນຳ​ການ​ແບ່ງ​ກຳນົດ​ເຂດ​ທະ​ເລ​ຢູ່​ນອກອ່າວ​ພາກ​ເໜືອ​ ແມ່ນ​ອີງ​ໃສ່​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ເມື່ອ​ປີ 1982. ສອງ​ຝ່າຍ​ເຫັນ​ດີ​ດຳ​ເນີນ​ການ​ເຈລະຈາ​ຮອບ​ທີ 3 ຂັ້ນ​ນັກວິຊາການ​ຫວຽດນາມ - ຈີນ ກ່ຽວ​ກັບ​ເຂດ​ທະ​ເລນ​ອກອ່າວ​ພາກ​ເໜືອ ໃນ​ຕົ້ນ​ປີ 2013 ຢູ່​ຫວຽດນາມ.

 

 

ຂ່າວ/ບົດ​ອື່ນ