ການເຈລະຈາຮອບທີ 4 ກ່ຽວກັບການຮ່ວມມືໃນ ບັນດາຂົງເຂດບໍ່ມີຄວາມ ສະດຸງໄວປານໃດ ບົນທະເລຫວຽດນາມ - ຈີນ

ການເຈລະຈາຮອບທີ 4 ກ່ຽວກັບການຮ່ວມມືໃນ ບັນດາຂົງເຂດບໍ່ມີຄວາມ ສະດຸງໄວປານໃດ ບົນທະເລຫວຽດນາມ - ຈີນ - ảnh 1
(ພາບປະກອບ)

(vovworld) - ​ໂດຍ​ປະຕິບັດ​ຕາມ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ​ແລະ ບົນຈິດ​ໃຈ “ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ຊີ້​ນຳ​ການ​ແກ້​ໄຂ​ບັນຫາ​ບົນທະ​ເລ​ຫວຽດນາມ - ຈີນ” ​​ເຊິ່ງ​ໄດ້​ລົງ​ນາມ​ໃນ​ວັນ​ທີ 11 ຕຸລາ 2011, ຮອບ​ເຈລະຈາ​ຄັ້ງ​ທີ 4 ກຸ່ມ​ປະຕິບັດ​ງານ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດບໍ່​ມີ​ຄວາມ​ສະດຸ​ງ​ໄວ​ປານ​ໃດ ບົນ​ທະ​ເລ​ຫວຽດນາມ - ຈີນ ​ໄດ້​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ ​ໃນ​ລະຫວ່າ​ງວັນ​ທີ 24 – 26/09. 2 ຝ່າຍ​ໄດ້​ແລກປ່ຽນ ​ແລະ ​ເປັນ​ເອກະ​ພາບ​ຕໍ່ເນື້ອ​ໃນ​ຂໍ້​ຕົກລົງ​ຮ່ວມ​ມືຂອງ 2 ​ໂຄງການ ນັ້ນ​ແມ່ນ: ຮ່ວມ​ມື​ແລກປ່ຽນ ​ຄົ້ນຄວ້າ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ທະ​ເລ ​ແລະ ​ເກາະທະ​ເລ​ໃນ​ເຂດ​ອ່າວ​ພາກ​ເໜືອ ລະຫວ່າງ​ຫວຽດນາມ - ຈີນ... ສອງ​ຝ່າຍ​ເຫັນ​ດີ​ພ້ອມ​ກັນ​ມານະ​ພະຍາຍາມ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ລົງ​ນາມ​ໂດຍ​ໄວ ​ເພື່ອ​ຜັນ​ຂະ​ຫຍາຍການ​ປະຕິບັດ​ສອງ​ໂຄງການ​ທີ່​ໄດ້​ຍົກ​ອອກ​ໃນ​ປີ 2013. ສອງ​ຝ່າຍ​ເຫັນ​ດີ​ດຳ​ເນີນ​ການ​ເຈລະຈາ​ຮອບ​ທີ 5 ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ບໍ່​ມີ​ຄວາມ​ສະດຸ​ງ​ໄວ​ປານ​ໃດ​ໃນ​​ເຂດທະ​ເລຫວຽດນາມ - ຈີນ ​ໃນ​ເຄິ່ງຕົ້ນ​ປີ 2014 ຢູ່​ຈີນ.



ຂ່າວ/ບົດ​ອື່ນ