ການເຕີບໂຕຂຽວແມ່ນອະນາຄົດຂອງ ຫວຽດນາມ

(VOVWORLD) -ເຖິງຢ່າງໃດກໍ່ຕາມ, ມີວິສາຫະກິດຫຼາຍແຫ່ງຍັງຄາດຄະເນວ່າ ພື້ນຖານເສດຖະກິດ ຫວຽດນາມ ຈະເປັນປົກກະຕິ ຫຼື ດັດປັບໃນໄຕມາດທີ 3 ປີ 2022.
ການເຕີບໂຕຂຽວແມ່ນອະນາຄົດຂອງ ຫວຽດນາມ - ảnh 1ວິສາຫະກິດເອີລົບ ຍັງມີຄວາມປະເອີບໃຈໃດໜຶ່ງຕໍ່ການເຕີບໂຕຂອງພື້ນຖານເສດຖະກິດ ຫວຽດນາມ ໃນໄຕມາດທີ 3
(ພາບປະກອບ: thitruongtaichinhtiente.vn)

ສະຫະສະມາຄົມວິສາຫະກິດເອີລົບ ປະຈຳ ຫວຽດນາມ (EuroCham) ຫາກໍ່ປະກາດໝາກຜົນການສຳຫຼວດດັດຊະນີສະພາບແວດລ້ອມດຳເນີນທຸລະກິດຂອງໄຕມາດທີ 2 ປີ 2022 ຂອງ ຫວຽດນາມ. ຕາມບົດລາຍງານແລ້ວ, ບາງປັດໃຈຄື: ການປະທະກັນດ້ານພູມສາດການເມືອງ, ລາຄາສິນຄ້າໂລກເພີ່ມຂຶ້ນ… ໄດ້ສົ່ງຜົນກະທົບເຖິງການຕີລາຄາຂອງສະຫະສະມາຄົມວິສາຫະກິດເອີລົບ ປະຈຳ ຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ມີວິສາຫະກິດຫຼາຍແຫ່ງຍັງຄາດຄະເນວ່າ ພື້ນຖານເສດຖະກິດ ຫວຽດນາມ ຈະເປັນປົກກະຕິ ຫຼື ດັດປັບໃນໄຕມາດທີ 3 ປີ 2022. ສາຍເຫດສ່ວນໜຶ່ງແມ່ນມາຈາກສັນຍານຕັ້ງໜ້າກ່ຽວກັບແງ່ຫວັງການເຕີບໂຕຂຽວຂອງ ຫວຽດນາມ. ທ່ານ ຫງວຽນຫາຍມິນ, ຮອງປະທານ EuroCham ປະຈຳ ຫວຽດນາມ, ຖືວ່າ:

        “ກ່ຽວກັບດ້ານພື້ນຖານ, ບັນດາວິສາຫະກິດເອີລົບ ຍັງມີຄວາມປະເອີບໃຈໃດໜຶ່ງຕໍ່ການເຕີບໂຕຂອງພື້ນຖານເສດຖະກິດ ຫວຽດນາມ ໃນໄຕມາດທີ 3. ວິສາຫະກິດສ່ວນຫຼາຍລ້ວນແຕ່ຖືວ່າ ຈະຮັກສາໄວ້ຄືເກົ່າ, ຊ້ຳບໍ່ໜຳຈະເພີ່ມຂອບຂະໜາດການລົງທຶນໃນໄຕມາດທີ 3. ການນຳວິສາຫະກິດ 79% ໃຫ້ຮູ້ວ່າ ໄດ້ຕັ້ງຄວາມຫວັງເຂົ້າໃນຄວາມສາມາດບົ່ມຊ້ອນພັດທະນາຂຽວຂອງ ຫວຽດນາມ. ການເຕີບໂຕຂຽວແມ່ນອະນາຄົດຂອງ ຫວຽດນາມ, ບໍ່ພຽງແຕ່ແມ່ນສິ່ງທີ່ດີໃຫ້ແກ່ພື້ນຖານເສດຖະກິດ ແລະ ປະຊາຊົນເທົ່ານັ້ນ, ຫາກຍັງຊ່ວຍໃຫ້ ຫວຽດນາມ ຫັນປ່ຽນ ແລະ ເຊື່ອມຕໍ່ກັບບັນດາຕະຫຼາດໃຫຍ່ທີ່ສຸດໃນໂລກອີກດ້ວຍ”.

ຕອບກັບ

ຂ່າວ/ບົດ​ອື່ນ