ການເລືອກຕັ້ງຢູ່ອິນໂດເນເຊຍ:ຜູ້ສະໝັກຮັບເລືອກຕັ້ງທັງ2ທ່ານລ້ວນແຕ່ຖະແຫຼງໄຊຊະນະ

ການເລືອກຕັ້ງຢູ່ອິນໂດເນເຊຍ:ຜູ້ສະໝັກຮັບເລືອກຕັ້ງທັງ2ທ່ານລ້ວນແຕ່ຖະແຫຼງໄຊຊະນະ - ảnh 1
ທ່ານ Prabowo Subianto ແລະ ​ທ່ານ Joko Widodo
(ພາບ: dantri.com.vn)

(vovworld) - ວັນ​ທີ 9/7, ຜູ້​ສະໝັກ​ຮັບ​ເລືອກຕັ້ງ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ ທັງ 2 ທ່ານ​ແມ່ນ ​ທ່ານ Joko Widodo, ​ເຈົ້າ​ຄອງ​ນະຄອນຫຼວງ Jakarta ​ແລະ ທ່ານ Prabowo Subianto, ອະດີດ​ຜູ້​ບັນຊາ​ການ​ບັນ​ດາ​ກຳລັງ​ປະກອບ​ອາວຸດ, ລ້ວນ​ແຕ່​ຖະ​ແຫຼ​ງຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອ​ກຕັ້ງ​ທີ່ຈັດ​ຂຶ້ນ​ໃນ​ວັນ​ດຽວ​ກັນ.

    ທ່ານ Widodo ​ແລະ ທ່ານ Subianto ລ້ວນ​ແຕ່​ສະ​ເໜີ​ບັນດາ​ຜູ້​ສະໜັບສະໜູນ​ຕົນ ພ້ອມ​ກັບ​ບັນດາ​ນັກ​ອາສາ​ສະໝັກ​ຕິດຕາມ, ກວດກາ​ເລື່ອງ​ສົ່ງ​ບັດ​ເລືອກ​ຕັ້ງ​ຈາກ​ບັນ​ດາ​ສະຖານ​ທີ່​ເລືອກຕັ້ງ ​ເຖິງ​ຄະນະ​ກຳມະການ​ເລືອກ​ຕັ້ງ (KPU) ຈົນຮອດ​ເວລາ​ໃດ KPU ປະກາດ​ໝາກຜົນ​ທາງ​ການ​ໃນ​ວັນ​ທີ 22/7 ຈະ​ມາ​ເຖິງ. ​ໃນ​ຂະນະ​ນັ້ນ, ທ່ານ​ຮອງ​ປະທານ​ພັກຂະ​ບວນການ ອິນ​​ໂດ​ເນ​ເຊຍ ຍິ່ງ​ໃຫຍ່ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ສະໜັບສະໜູນ​ຂ​ອງຜູ້​ສະໝັກ​ຮັບ​ເລືອກຕັ້ງ​ ທັງ 2 ລະງັບ​ໃຈ, ຫຼີກ​ລ້ຽງ​ຄວາມ​ເຄັ່ງ​ຕຶງ​ໃນ​ຂະນະ​ທີ່​ລໍຖ້າ​ແຈ້ງ​ການ​ທາງ​ການ​ກ່ຽວ​ກັບ​ໝາກຜົນ​ການ​ເລືອກ​ຕັ້ງ​. ກ່ອນ​ໜ້າ​ນັ້ນ, ສື່​ມວນ​ຊົນ ອີນ​ໂດ​ເນ​ເຊຍ ກໍ່​ໄດ້​ປະກາດ​ໝາກຜົນ​ໂດຍ​ບັນດາ​ອົງການ​ຢັ່ງ​ຫາງ​ສຽງ​ອື່ນໆ​ດຳ​ເນີນ, ​ແຕ່​​ບັນດາ​ໝາກຜົນ​ນີ້​ບໍ່​​ເປັນ​​ເອກະພາບ​ກັນ.




ຂ່າວ/ບົດ​ອື່ນ