ການແຫ່ຂະບວນປະທ້ວງຢູ່ແບນຊິກຄັດຄ້ານນະໂຍບາຍ“ຮັດເຂັມຂັດ”
ການແຫ່ຂະບວນປະທ້ວງຢູ່ ບຣຸກແຊນ
(ພາບ: EPA/TTXVN)
|
(vovworld) – ວັນທີ 29/9, ມີປະມານ 45.000 ຄົນຈາກບັນດາສະມາຊີບໄດ້ເຕົ້າໂຮມກັນແຫ່ຂະບວນປະທ້ວງຢູ່ນະຄອນຫຼວງ ບຣຸກແຊນ, ປະເທດແບນຊິກ ເພື່ອຄັດຄ້ານບັນດານະໂຍບາຍ “ຮັດເຂັມຂັດ”. ການຄົມມະນາຄົມຢູ່ໃຈກາງ ບຣຸກແຊນ ຖືກຢຸດສະງັກ. ຢູ່ນະຄອນຫຼວງ ບຣຸກແຊນ, ການບໍລິການຂົນສົ່ງສາທາລະນະຖືກຕິດຂັດຢ່າງຮ້າຍແຮງ. ສະພາບການຄົມມະນາຄົມຢູ່ບັນດາແຂວງຂຶ້ນກັບເຂດປະຊາຄົມເວົ້າພາສາ ຝຣັ່ງ ກໍ່ຖືກຜົນສະທ້ອນຢ່າງໜັກໜ່ວງ. ບາງອົງການບໍລິຫານຂອງລັດ, ໂຮງຮຽນຖືກອັດປະຕູ. ໃນທົ່ວປະເທດ, ບໍລິສັດລົດໄຟ SNCB ຂອງແບນຊິກ ໃຫ້ຮູ້ວ່າ: ລະບົບທາງລົດໄຟພວມເຄື່ອນໄຫວຢ່າງເປັນປົກກະຕິ. ນີ້ແມ່ນການແຫ່ຂະບວນປະທ້ວງທົ່ວປະເທດຄັ້ງທີ 4 ນັບແຕ່ລັດຖະບານຂອງທ່ານນາຍົກລັດຖະມົນຕີ Charles Michel ຂຶ້ນກຳອຳນາດໃນເດືອນ 10/2014. ຜູ້ແຫ່ຂະບວນປະທ້ວງໄດ້ຄັດຄ້ານນະໂຍບາຍໃຊ້ຈ່າຍແບບຮັດເຂັມຂັດເຊິ່ງລັດຖະບານໄດ້ນຳໃຊ້ແຕ່ 2 ປີມານີ້, ກໍຄືຄັດຄ້ານຮ່າງກົດໝາຍເພື່ອແນໃສ່ປະຕິຮູບລະບົບວຽກເຮັດງານທຳ, ເຊັ່ນຢຸດຕິເງິນເດືອນຊົ່ວຄາວ, ແກ່ຍາວອາຍຸພັກກິນເບ້ຍບຳນານແຕ່ 65 ຂຶ້ນເຖິງ 67 ປີໃນປີ 2030, ສິ້ນສຸດນະໂຍບາຍອາທິດໜຶ່ງເຮັດວຽກ 38 ຊົ່ວໂມງ ແລະ ເພີ່ມເວລາເຮັດວຽກ. ດ້ວຍຊື່ວ່າ “ປ່ຽນໃໝ່ສັງຄົມ”, ຮ່າງກົດໝາຍນີ້ໄດ້ກໍ່ໃຫ້ເກີດການຄັດຄ້ານໃນບັນດາສະມາຊີບ.