(vovworld) - ມີ 26 ຄົນຖືກຮັບບາດເຈັບ ແລະ ກຳລັງປ້ອງກັນຄວາມສະຫງົບຢູ່ນະຄອນຫຼວງ ປາຣີ, ປະເທດຝລັ່ງ ໄດ້ຈັບຕົວບັນດາບຸກຄົນຫົວຮຸນແຮງ 15 ຄົນ ພາຍຫຼັງການແຫ່ຂະບວນປະທ້ວງຄັດຄ້ານຮ່າງກົດໝາຍແຮງງານ ໃນວັນທີ 14/06, ໄດ້ກາຍເປັນການຈາລະຈົນຢູ່ທ້ອງຖະໜົນ. ນັບຮ້ອຍຄົນທີ່ປົກໜ້າໄດ້ປະທະ ກັບຕະຫຼວດ. ຜູ້ແຫ່ຂະບວນປະທ້ວງໄດ້ບຸກໂຈມຕີຕຶກອາຄານ, ຈັບປ້າຍໂຄສະໜາແກວ່ງໃສ່ຕຳຫຼວດ. ຕໍ່ໜ້າສະພາບການນີ້ກຳລັງປ້ອງກັນຄວາມສະຫງົບຕ້ອງໃຊ້ທໍ່ສີດນ້ຳເພື່ອປາບປາມຜູ້ກໍ່ຄວາມວຸນວາຍ.