ການໂອ້ລົມສົນທະນາ “ພ້ອມກັນຄົ້ນຫາເຈືອງຊາ” ຜ່ານຮູບຖ່າຍໃໝ່ 500 ແຜ່ນ
ການໂອ້ລົມສົນທະນາ “ພ້ອມກັນຄົ້ນຫາເຈືອງຊາ” |
(vovworld)- ຕອນຄ່ຳວັນທີ 18/4, ໃນຂອບເຂດງານບຸນປຶ້ມທີ່ຈັດຂຶ້ນຢູ່ຮ່າໂນ້ຍ, ສຳນັກພິມຖະແຫຼງຂ່າວ ແລະ ສື່ສານໄດ້ຈັດການໂອ້ລົມສົນທະນາ “ພ້ອມກັນຄົ້ນຫາເຈືອງຊາ” ເນື່ອງໃນໂອກາດໃຫ້ພິມຈຳໜ່າຍປຶ້ມ “ໄປຮອດເຈືອງຊາ” ຂອງຜູ້ແຕ່ງ ດວານບັກ ແລະ ຫງວຽນຮົ່ງກີ້. ນັກຄົ້ນຄ້ວາປະຫວັດສາດ ເຢືອງຈຸງກວ໋ກ ຖືວ່າ ດ້ວຍວິທີສະແດງທີ່ໃໝ່ອຽມ, ມີຊີວິດຊີວາ, ຮູບແຕ່ລະແຜ່ນໃນປຶ້ມ ປຽບເໝືອນຮູບເງົາສາຍຊ້າ ຊຶ່ງໄດ້ສະແດງໃຫ້ເຫັນເຈດຈຳນົງ ແລະ ຄວາມຫວັງມີສັນຕິພາບຂອງຊາດຫວຽດນາມ ແລະ ເປັນພະຍານຫຼັກຖານທີ່ມີຊີວິດຊີວາກ່ຽວກັບອະທິປະໄຕທີ່ບໍ່ອາດໂຕ້ຖຽງຂອງຫວຽດນາມຢູ່ໝູ່ເກາະເຈືອງຊາ. ນັກຄົ້ນຄ້ວາປະຫວັດສາດ ເຢືອງຈຸງກວ໋ກ ກ່າວວ່າ :
“ ຂ້າພະເຈົ້າຕີລາຄາສູງປຶ້ມຫົວນີ້, ເພາະບັນດາເພື່ອນໜຸ່ມມີຄວາມຂະຫຍັນຂັ່ນເຄື່ອນນຳໃຊ້ຮູບພາບເພື່ອທົດແທນຄຳເວົ້າ, ນຳໃຊ້ແບບວິທີການສະແດງຢ່າງເປັນລະບົບ, ດ້ວຍພາສາທັງເຂົ້າໃຈງ່າຍ ແລະ ຊັດເຈນ. ໃນປຶ້ມຫົວນີ້ ຖືກແນະນຳດ້ວຍ 2 ພາສາກ່ຽວກັບເນື້ອໃນ, ທັດສະນະ, ແນວທາງຂອງລັດ, ຂອງປະຊາຊົນທີ່ມີຕໍ່ອະທິປະໄຕເຂດທະເລໝູ່ເກາະ ”