ການໂອ້ລົມສົນທະນາຍຸດທະສາດ ປ້ອງກັນຊາດຫວຽດນາມ-ສເກົາຫຼີ ຄັ້ງທີ 1

ການໂອ້ລົມສົນທະນາຍຸດທະສາດ ປ້ອງກັນຊາດຫວຽດນາມ-ສເກົາຫຼີ ຄັ້ງທີ 1 - ảnh 1
(ພາບ: ອິນເຕີແນັດ)

( vovworld ) ​​​ວັນ​ທີ 19/3, ຢູ່​ຮ່າ​ໂນ້ຍ, ຫວຽດນາມ ​ແລະ ສ​ເກົາຫຼີ ​ໄດ້​ດຳ​ເນີນ​ການ​ໂອ້​ລົມ​ສົນທະນາ​ຍຸດ​ທະ​ສາດ​ປ້ອງ​ກັນຊາ​ດ ຂັ້ນຮອງ​ລັດຖະມົນຕີ​ຄັ້ງທີ 1 ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ພົນ​ໂທ ຫງວຽນ​ຈີ​ວີ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ແລະ ທ່ານ Lee Young Geol ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ​ເກົາຫຼີ. ທີ່​ການ​ໂອ້​ລົມ​ສົນທະນາ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ໂດຍ​ຖື​ວ່າ, ​ໃນ​ໄລຍະ​ທີ່​ຜ່ານ​ມາ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ​ໄດ້​ສືບ​ຕໍ່ພັດທະນາ​ຢ່າງ​ຕັ້ງໜ້າ, ມີ​ປະສິດທິ​ຜົນ ​ແລະ ສອດຄ່ອງ​ກັບ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ ຊື່​ງການ​ນຳ​ສອງ​ປະ​ເທດ​ໄດ້​ຕົກລົງ​ນຳ​ກັນ. ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​​ກ່ຽວ​ກັບ​ຫຼາຍ​ມາດ​ຕະການ​ໃນ​ການ​ເພີ່ມ​ທະວີ​ການ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາດ​ສອງ​ຝ່າຍ​ໃນ​ບັນດາ​ຂົງ​ເຂດ​ແລກປ່ຽນ​ຄະນະ​ຜູ້​ແທນ, ຮ່ວມ​ມື​ດ້ານ​ອຸດ​ສາ​ຫະກຳ​ປ້ອງ​ກັນຊາ​ດ, ບຳລຸງ​ສ້າງ, ຈັດ​ຕັ້ງບັນດາ​ການ​ເຄື່ອນ​ໄຫວ​ລະນຶກ 20 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ-​ສ​ເກົາຫຼີ ​ແລະ ປີ​​ແຫ່ງ​ຄວາມມິດຕະພາບ ຫວຽດນາມ-​ສ​ເກົາຫຼີ…. ສອງ​ຝ່າຍກໍ​ໄດ້​ເຕື້ອງ​ເຖິງການ​ຜັນ​ຂະຫຍາຍ​ການ​ພົວພັນ​ປ້ອງ​ກັນຊາ​ດຫຼາຍ​ຝ່າຍ ​ແລະ ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​​ມີ​ຄວາມ​ສົນ​ໃຈ, ປະກອບສ່ວນ​ເຮັດ​ໃຫ້​ສາຍ​ພົວພັນ​ມິດຕະພາບອັນ​ດີງາມ​ລະຫວ່າງ​ກອງທັບ ​ແລະ ປະຊາຊົນ​ສອງ​ປະ​ເທດ​ເລິກ​ເຊີ່ງ​ຂຶ້ນ​ຕື່ມ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ ຈະ​ຈັດການ​ໂອ້​ລົມ​ສົນທະນາ​ຍຸດ​ທະ​ສາດ​ປ້ອງ​ກັນຊາ​ດ ຂັ້ນຮອງ​ລັດຖະມົນຕີ​ຄັ້ງທີ 2 ຢູ່​ສ​ເກົາຫຼີ​ໃນ​ປີ 2013.

 

 

 

ຂ່າວ/ບົດ​ອື່ນ