“ການໂອ້ລົມສົນທະນາປີ 2045” ສະແດງໃຫ້ເຫັນຢ່າງຈະແຈ້ງຄວາມຄາດຫວັງກ່ຽວກັບຫວຽດນາມເຂັ້ມແຂງ, ວັດທະນາຖາວອນ

(VOVWORLD) -ບົນພື້ນຖານການເຈາະຈີ້ມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ບັນດານັກທຸລະກິດລ້ວນແຕ່ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງສູງ ໃນການປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ
“ການໂອ້ລົມສົນທະນາປີ 2045” ສະແດງໃຫ້ເຫັນຢ່າງຈະແຈ້ງຄວາມຄາດຫວັງກ່ຽວກັບຫວຽດນາມເຂັ້ມແຂງ, ວັດທະນາຖາວອນ - ảnh 1(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ທີ່ “ການໂອ້ລົມສົນທະນາປີ 2045")

ກ່າວຄຳເຫັນສະຫຼຸບທີ່ການໂອ້ລົມສົນທະນາກັບຜູ້ຕາງໜ້າວິສາຫະກິດ ແລະ ນັກປັນຍາຊົນທີ່ “ການໂອ້ລົມສົນທະນາປີ 2045”, ເຊິ່ງດຳເນີນໃນຕອນບ່າຍວັນທີ 06 ມີນາ, ຢູ່ນະຄອນໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຖືວ່່າ, ຈິດໃຈມຸ່ງມາດປາດຖະໜາ ແລະ ຄວາມໄວ້ເນື້ອເຊື່ອໃຈໄດ້ສະແດງອອກຢ່າງຈະແຈ້ງໃນການໂອ້ລົມທົນທະນາຄັ້ງນີ້, ຜ່ານນັ້ນສະແດງໃຫ້ເຫັນຄວາມຄາດຫວັງຢ່າງໃຫຍ່ຫຼວງກ່ຽວກັບປະເທດຫວຽດນາມ ເຂັ້ມແຂງ, ວັດທະນະຖາວອນໃນປີ 2045.

“ບໍ່ພຽງແຕ່ວິສາຫະກິດເທົ່ານັ້ນ ຫານັບທັງປະຊາຊົນ, ທັງລະບົບການເມືອງ ພາຍໃຕ້ການນຳພາຂອງພັກ ອີກດ້ວຍ. ມີຄວາມຄົບຊຸດນັ້ນຈຶ່ງສາມາດພັດທະນາໄດ້. ພວກເຮົາມີຄວາມໄວ້ເນື້ອເຊື່ອໃຈ, ຄວາມມຸ່ງມາດປາດຖະໜາຢ່າງພຽງພໍ ເພື່ອມີຄວາມເຊື່ອມໝັ້ນວ່າ, ພວກເພື່ອນສືບຕໍ່ປະກອບສ່ວນເຂົ້າໃນຜົນສຳເລັດຂອງປະເທດຊາດ. ສະນັ້ນ “ຄວາມມຸ່ງມາດປາດຖະໜາ ແລະ ຄວາມໄວ້ເນື້ອເຊື່ອໃຈ” ແມ່ນບັນດາສິ່ງສຳຄັນທີ່ສຸດໃນການໂອ້ລົມສົນທະນາໃນມື້ນີ້.”

   ເຫັນດີຕໍ່ບັນດາຄຳເຫັນທີ່ຢືນຢັນວ່າ ວິສາຫະກິດແມ່ນເສົາຄ້ຳຂອງພື້ນຖານເສດຖະກິດແຫ່ງຊາດ, ເສົາຄ້ຳນັບໃຫຍ່ປະຊາຊົນນັບຮັ່ງມີ, ປະເທດຊາດນັບເຂັ້ມແຂງ ແລະ ຄວາມເປັນເຈົ້າຕົນເອງກໍ່ໃຫຍ່ຫຼວງກວ່າ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ຊີ້ແຈ້ງວ່າ.

ຂ້າພະເຈົ້າມີຄວາມປະທັບໃຈເປັນພິເສດຕໍ່ກັບບັນດາຄຳຂວັນຂອງວິສາຫະກິດ, ມັນສະແດງໃຫ້ເຫັນພາລະບົດບາດ ຫຼື ຄຸນຄ່າເຊິ່ງວິສາຫະກິດຢາກປະກອບສ່ວນໃຫ້ແກ່ສັງຄົມ”.

   ສະແດງຄວາມເຄົາລົບ, ຕີລາຄາສູງເລື່ອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີແນວຄວາມຄິດຈັດການໂອ້້ລົມທົນທະນາປີ 2045 ແລະ ພິເສດກວ່າແມ່ນຈັດເວທີປາໄສນີ້ເປັນປະຈຳປີ, ບົນພື້ນຖານການເຈາະຈີ້ມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ບັນດານັກທຸລະກິດລ້ວນແຕ່ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງສູງ ໃນການປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ, ມຸ່ງໄປເຖິງເປົ້າໝາຍສ້າງຫວຽດນາມ ເຂັ້ມແຂງ, ວັດທະນາຖາວອນໃນປີ 2045.

ຕອບກັບ

ຂ່າວ/ບົດ​ອື່ນ