ການໂອ້ລົມສົນທະນາວິສາຫະກິດກ່ຽວກັບການຮ່ວມມືເສດຖະກິດຫວຽດນາມ-ເຊັກ
ການໂອ້ລົມສົນທະນາວິສາຫະກິດກ່ຽວກັບການຮ່ວມມື
ເສດຖະກິດຫວຽດນາມ-ເຊັກ
(ພາບ: quehuongonline.vn)
|
(vovworld) – ວັນທີ 10/3, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ. ເຊັກ ເຈືອງແມ້ງເຊີນ ເປັນປະທານການພົບປະໃນຕົ້ນລະດູບານໃໝ່ກັບ ນັກທຸລະກິດທີ່ດີເດັ່ນຂອງປະຊາຄົມ ຊາວ ຫວຽດນາມ 20 ຄົນ ເພື່ອແນໃສ່ຊອກຫາບັນດາວິທີຜັນຂະຫຍາຍບົດບາດເປັນຂົວຕໍ່ເສດຖະກິດລະຫວ່າງ 2 ປະເທດກ່ວາອີກ. ທ່ານເອກອັກຄະລັດຖະທູດ ເຈືອງແມ້ງເຊີນ, ເນັ້ນໜັກວ່າ: ຫວຽດນາມ ແລະ ສ. ເຊັກ ເອົາໃຈໃສ່ເຖິງຕະຫຼາດຂອງກັນທີ່ສຸດ, ພື້ນຖານເສດຖະກິດຂອງ 2 ປະເທດບໍ່ມີລັກສະນະແກ້ງແຍ້ງ ຫາກມີພຽງການຊ່ວຍເຫຼືອກັນເທົ່ານັ້ນ. ໃນຍຸດທະສາດສົ່ງອອກ - ນຳເຂົ້າຮອດປີ 2020, ກະຊວງອຸດສາຫະກຳ ການຄ້າ ເຊັກ ຈັດ ຫວຽດນາມ ນອນໃນ 12 ຕະຫຼາດໄດ້ຮັບການບຸລິມະສິດ ແລະ ແມ່ນປະເທດ ອາຊີໜຶ່ງດ່ຽວນອນໃນບັນຊີລາຍຊື່ນີ້. ສ່ວນກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ກໍ່ປະກາດເພີ່ມຕະຫຼາດ ເຊັກ ເຂົ້າບັນຊີລາຍຊື່ຕະຫຼາດມີຄວາມສາມາດບົ່ມຊ້ອນ. ທ່ານເອກອັກຄະລັດຖະທູດ ເຈືອງແມ້ງເຊີນ ຢັ້ງຢືນທີ່ຕັ້ງບົດບາດສຳຄັນຂອງບັນດາວິສາຫະກິດ ຫວຽດນາມ ຢູ່ ສ. ເຊັກ ໃນການຮ່ວມມືເສດຖະກິດລະຫວ່າງ 2 ປະເທດ ແລະ ໃສ່ໃຈກ່ຽວກັບເລື່ອງການສ້າງຕັ້ງສູນສົ່ງເສີມການຄ້າ ຫວຽດນາມ - ເຊັກ ຢູ່ Praha ເພື່ອເພີ່ມທະວີການຮ່ວມມືດ້ານການຄ້າລະຫວ່າງ ຫວຽດນາມ - ສ. ເຊັກ.