(VOVWORLD) -ທີ່ການໂອ້ລົມສົນທະນາ, ທ່ານເອກອັກຄະລັດທະທູດ ຫວຽດນາມ ປະຈຳ ອິດສະລາແອັນ ຫຼີດຶກຈຸງ ໃຫ້ຮູ້ວ່າ ປັດຈຸບັນ, ຫວຽດນາມມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຕ້ອນຮັບການລົງທຶນ ແລະ ຜະລິດ.
ອ່າວວິງຮີ, ແຂວງນິງທ້ວນ (ພາບ: VOV) |
ວັນທີ 15 ມິຖຸນາ, ສະຖານທູດ ຫວຽດນາມ ປະຈຳ ອິດສະລາແອັນ ໄດ້ຈັດຕັ້ງການໂອ້ລົມສົນທະນາໂຄສະນາການທ່ອງທ່ຽວ ແລະ ສົ່ງເສີມການຄ້າ ຜະລິດຕະພັນກະເສດ ຫວຽດນາມ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າສະຫະພັນບັນດາຫ້ອງການການຄ້າອິດສະລາແອັນ, ສະມາຄົມການຜະລິດ, ບັນດາວິສາຫະກິດໃນຫຼາຍຂົງເຂດ, ຊາວຫວຽດນາມ ອາໄສຢູ່ອິດສະລາແອັນ.
ທີ່ການໂອ້ລົມສົນທະນາ, ທ່ານເອກອັກຄະລັດທະທູດ ຫວຽດນາມ ປະຈຳ ອິດສະລາແອັນ ຫຼີດຶກຈຸງ ໃຫ້ຮູ້ວ່າ ປັດຈຸບັນ, ຫວຽດນາມມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຕ້ອນຮັບການລົງທຶນ ແລະ ຜະລິດ. ມາຫວຽດນາມ, ປະຊາຊົນ, ວິສາຫະກິດອິດສະລາແອັນອາດຈະສຳຜັດກັບແຫຼ່ງວັດຖຸດິບທີ່ອຸດົມສົມບູນ.
ບັນດາຜູ້ແທນເຂົ້າຮ່ວມກໍ່ສະແດງຄວາມປາດຖະໜາກຢາກເຂົ້າຮ່ວມການຂຸດຄົ້ນບັນດາກາລະໂອກາດຮ່ວມມືລະຫວ່າງສອງປະເທດໃນຂົງເຂດການຄ້າ ແລະ ການທ່ອງທ່ຽວ, ໂດຍເນັ້ນໜັກວ່າ ຊາວອິດສະລາແອັນ ຢາກມາ ຫວຽດນາມ ທີ່ສຸດ ເມືອ ປະກາດວ່າ ຫວຽດນາມ ສາມາດຄວບຄຸມໄດ້ພະຍາດໂຄວິດ - 19 ແລະ ເປີດປະຕູການທ່ອງທ່ຽວເປັນປົກກະຕິຄືນໃໝ່. ສ່ວນການລົງທຶນ ແລະ ການຄ້າ, ອິດສະລາແອັນ ມີຫຼາຍເຕັກໂນໂລຢີເຊິ່ງບັນດາວິສາຫະກິດ ຫວຽດນາມ ພວມມີຄວາມຕ້ອງການ, ເປັນຕົ້ນແມ່ນກ່ຽວຂ້ອງເຖິງການຍົກສູງຄຸນຄ່າການຜະລິດກະສິກຳ ແລະ ປຸງແຕ່ງສະບຽງອາຫານ.