ການໂອ້ລົມສົນທະນາໂຄສະນາເຜີຍແຜ່ສະພາບແວດລ້ອມແຫ່ງການລົງທຶນຫວຽດນາມຢູ່ເຢຍລະມັນ

ການໂອ້ລົມສົນທະນາໂຄສະນາເຜີຍແຜ່ສະພາບແວດລ້ອມແຫ່ງການລົງທຶນຫວຽດນາມຢູ່ເຢຍລະມັນ - ảnh 1
ການ​ໂອ້​ລົມ​ສົນ​ທະ​ນາ “ຫ​ວຽດ​ນາມ - ຈຸດ​ນັດ​ພົບ​ຂອງ​ບັນ​ດາ​ວິ​ສາ
​ຫະ​ກິດ ເຢຍ​ລະ​ມັນ”
(ພ​າບ: Mạnh Hùng/Vietnam+)

(vovworld) - ໃນ​ຂອບ​ເຂດ “ສັບ​ປະ​ດາ ອາ​ຊີ - ປາ​ຊີ​ຟິກ” ພວມ​ດຳ​ເນີນ​ຢູ່​ນະ​ຄອນຫຼວງ ແບກ​ແລງ, ປະ​ເທດ ເຢຍ​ລະ​ມັນ, ສະ​ຖານ​ທູ​ດ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ “ຫ​ວຽດ​ນາມ - ຈຸດ​ນັດ​ພົບ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ເຢຍ​ລະ​ມັນ” ເພື່​ອ​ແນ​ໃສ່​ໂຄ​ສະ​ນາ​ເຜີຍ​ແຜ່​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ ກັບ ບັນ​ດາ​ວິ​ສາ​ຫະ​ກິດ ເຢຍ​ລະ​ມັນ​ກໍ່​ຄື​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ຊາວ ຫວຽດ​ນາມ ຢູ່ ເຢຍ​ລະ​ມັນ. ຄະ​ນະ​ປະ​ຕິ​ບັດ​ງານ​ຂອງກ​ະ​ຊວງ ອຸດ​ສາ​ຫະ​ກຳ - ການ​ຄ້າ, ໂດຍ​ທ່ານ​ລັດ​ຖ​ະ​ມົນ​ຕີ​ຊ່ວຍ​ວ່າ​ການ​ ເຈີ່ນ​ຕ໋ວນ​ແອງ ນຳ​ໜ້າ, ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ. ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ລັດ​ຖ​ະ​ມົນ​ຕີ​ຊ່ວຍ​ວ່າ​ການ​ ເຈີ່ນ​ຕ໋ວນ​ແອງ ຢັ້ງ​ຢືນ​ການ​ພົວ​ພັນ​ລະ​ຫວ່າງ ເຢຍ​ລະ​ມ​ັນ ແລະ ຫວຽດ​ນາມ ໄດ້​ຜ່ານ​ຜ່າ​ວິ​ວັດ​ທະ​ນາ​ການ​ແມ່ນ​ປະ​ຖົມ​ປັດ​ໄຈ ແລະ ພື້ນ​ຖານ​ໃຫ້​ແກ່​ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸ​ຄື​ໃນ​ໄລ​ຍະ​ປະ​ຈຸ​ບັນ. 2 ປະ​ເທດ ຍາມ​ໃດ​ກໍ່​ມີ​ບັນ​ດາ​ການ​ແບ່ງ​ປັນ ແລະ ມີ​ຜົນ​ປະ​ໂຫຍດ​ລ​ວມ​ໃນຫຼາຍ​ຂົງ​ເຂດ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ພົວ​ພັນ 2 ຝ່າຍ​ພັດ​ທະ​ນາ​ທັງ​ລວງ​ກ້​ວາງ ແລະ ລວງ​ເລິກ. ຕາມ​ທ່ານ ​ລັດ​ຖ​ະ​ມົນ​ຕີ​ຊ່ວຍ​ວ່າ​ການ​ ເຈີ່ນ​ຕ໋ວນ​ແອງ ແລ້ວ, ເລື່ອງ​ເປັນ​ເຈົ້າ​ການ​ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ, ເປີດ​ປະ​ຕູ​ຕະຫຼາດ, ດ້ານ​ໜຶ່ງ​ແມ່ນ​ສ້າງ​​ບັນ​ດາກາ​ລະ​ໂອ​ກາດ, ແຕ່ກໍ່​ແມ່ນ​ການ​ທ້າ​ທາຍ​ໃນ​ການ​ເຊື​່ອມ​ໂຍງ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ.


ຂ່າວ/ບົດ​ອື່ນ