ສະພາບໃຊ້ຄວາມຮຸນແຮງຢູ່ ຊີຣີ
(ພາບ:anninhthudo.vn)
( vovworld ) – ການໃຊ້ຄວາມຮຸນແຮງສືບຕໍ່ປີນຂັ້ນໃດຢູ່ຊີຣີ, ຂະນະທີ່ມີຜູ້ເສຍຊີວິດຕື່ມອີກນັບສີບໆຄົນ ເມື່ອຕອນບ່າຍວັນທີ 14/5 ໂດຍບໍ່ຫົວຊາຕໍ່ການມີໜ້າຂອງກຳລັງນັກສັງເກດການຂອງສະຫະປະຊາຊາດເປັນຈຳນວນຫຼວງຫຼາຍ. ໃນສະພາບການຄືດັ່ງກ່າວ, ລັດຖະມົນຕີການຕ່າງປະເທດຂອງ 27 ປະເທດສະມາຊິກສະຫະພາບເອີລົບ (ອີຢູ) ໄດ້ເຫັນດີເປັນເອກະສັນກັບບັນດາມາດຕະການລົງໂທດໃໝ່ທີ່ມີຕໍ່ ຊີຣີ ທີ່ການປະຊຸມຢູ່ ບຣຸກແຊນ ປະເທດແບນຊິກ. ນີ້ແມ່ນການລົງໂທດຮອບທີ 15 ຊື່ງ ອີຢູ ໄດ້ຈັດວາງຕໍ່ລະບອບຂອງປະທານາທິບໍດີ Bashar al Assad ແຕ່ລາຍລະອຽດຂອງບັນດາຄຳສັ່ງລົງໂທດໃໝ່ບໍ່ທັນຖືກເປີດເຜີຍເທື່ອ. ໄລ່ມາຮອດວັນທີ 14/5, ຈຳນວນນັກສັງເກດການຂອງ ສະຫະປະຊາຊາດ ຢູ່ຊີຣີ ໄດ້ຂຶ້ນເຖິງ 250 ຄົນແລ້ວ. ຕາມແຜນການແລ້ວ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈະຜັນຂະຫຍາຍນັກສັງເກດການດ້ານການທະຫານ 300 ຄົນໄປຍັງຊີຣີ ໃນທ້າຍເດືອນນີ້. ແຕ່ເຖິງຢ່າງໃດກໍ່ຕາມ, ໂດຍບໍ່ຫົວຊາຕໍ່ການມີໜ້າທີ່ນັບມື້ນັບຫຼາຍຂອງກຳລັງນັກສັງເກດການສະຫະປະຊາຊາດ, ປະຊາຊົນຊີຣີ ເປັນຈຳນວນຫຼວງຫຼາຍຍັງບໍ່ເຊື່ອໝັ້ນວ່າ ການໃຊ້ຄວາມຮຸນແຮງຢູ່ປະເທດນີ້ຈະຫລຸດລົງໄດ້. ນັບທັງຜູ້ນຳໜ້າກຳລັງນັກສັງເກດການສະຫະປະຊາຊາດຢູ່ຊີຣີ, ນາຍພົນ Robert Mood ກໍຍອມຮັບວ່າ, ເຖິງວ່າຈະມີນັກສັງເກດການຫຼາຍປານໃດ ກໍ່ບໍ່ສາມາດຢຸດຕິການໃຊ້ຄວາມຮຸນແຮງໄດ້ ຖ້າຫາກວ່າບໍ່ມີຄຳໝັ້ນສັນຍາສັນຕິພາບຂອງບັນດາຝ່າຍທີ່ໄດ້ກໍ່ໃຫ້ເກີດການປະທະກັນ.