ການໃຊ້ຄວາມຮຸນແຮງ ສືບຕໍ່ເກີດຂຶ້ນຢູ່ອີຢີບ
(ພາບ::laodong.com.vn)
(vovworld) - ວັນທີ 6/3, ທ່ານປະທານາທິບໍດີອີຢີບ Mohamed Morsi ໄດ້ດຳເນີນການປະຊຸມກັບວົງການເຈົ້າໜ້າທີ່ກຳລັງປ້ອງກັນຄວາມສະຫງົບຢູ່ປະເທດນີ້ ເພື່ອແນ່ໃສ່ຊອກຫາບັນດາມາດຕະການສະກັດກັ້ນການປະທະກັນ ແລະ ການແຫ່ຂະບວນປະທ້ວງຊື່ງພວມເກີດຂຶ້ນຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ, ອັນໄດ້ນາບຂູ່ປະເທດນີ້ກັບຄືສູ່ສະພາບໃຊ້ຄວາມຮຸນແຮງຄືໃນໄລຍະກ່ອນ. ກ່າວຄຳເຫັນທີ່ການປະຊຸມ, ປະທານາທິບໍດີ Mohamed Morsi ຮຽກຮ້ອງໃຫ້ບັນດາກຳລັງປ້ອງກັນຄວາມສະຫງົບ ຕ້ອງເພີ່ມທະວີບັນດາຄວາມມານະພະຍາຍາມຮັບປະກັນຄວາມສະຫງົບປອດໄພ, ຮັກສາບັນດາຜູ້ແຫ່ຂະບວນປະທ້ວງສັນຕິພາບ ແລະ ກວດກາ “ຜູ້ກໍ່ຄວາມວຸ້ນວາຍ“. ຢູ່ແຂວງ Gharbiya ຫ່າງຈາກນະຄອນຫຼວງກາຍໂຣ 80 ກມ ໄປທາງທິດເໜືອ, ໄດ້ເກີດການປະທະກັນລະຫວ່າງຕຳຫຼວດ ແລະ ບັນດາມືປືນ ຊື່ງເຮັດໃຫ້ 6 ຄົນເສຍຊີວິດ ແລະ ອີກ 40 ຄົນຖືກບາດເຈັບ. ຢູ່ໃຈກາງນະຄອນຫຼວງກາຍໂຣ, ຜູ້ແຫ່ຂະບວນປະທ້ວງນັບຮ້ອຍຄົນໄດ້ບຸກໂຈມຕີຕຳຫຼວດຢູ່ເຂດອ້ອມແອ້ມສະໜາມຫຼວງ Tahrir, ສະໜາມຫຼວງ Simon Bolivar ແລະ ຢູ່ເຂດມໍ່ກັບສະຖານທູດອາເມລິກາ. ບໍ່ພຽງແຕ່ປະຊາຊົນເທົ່ານັ້ນ, ນາຍທະຫານ ແລະ ຕຳຫຼວດເກືອບ 8000 ຄົນຢູ່ແຫຼມ Sinai ແລະ ທ້ອງຖິ່ນຕ່າງໆ ຢູ່ລຽບຕາມຄອງ Suez ກໍ່ໄດ້ພ້ອມກັນຈັດການແຫ່ຂະບວນປະທ້ວງຄັດຄ້ານຄຳສັ່ງຜັນຂະຫຍາຍເຖິງ Port Said ເພື່ອສະກັດກັ້ນກະແສຟອງແຫ່ຂະບວນປະທ້ວງພວກເກີດຂຶ້ນຢູ່ທີ່ນີ້.