(ພາບ:vnexpress.net)
(vovworld)- ໂດຍບໍ່ຫົວຊາຕໍ່ບັນດາຄວາມເສຍຫາຍອັນໜັກໜ່ວງ ແລະ ກົດໄອຍະການເສິກທີ່ໄດ້ປະກາດໃຊ້ນັ້ນ,ວັນທີ 15/8, ອົງການອ້າຍນ້ອງຊາວມຸດຊະລິມ ສືບຕໍ່ດຳເນີນການຄັດຄ້ານຢ່າງຂ້ຽວຂາດ. ບັນດາຜູ້ສະໜັບສະໜູນທ່ານ Mohamed Morsi ໄດ້ບຸກໂຈມຕີ ແລະ ຈູດເຜົາສຳນັກງານອຳນາດການປົກຄອງແຫ່ງໜຶ່ງຢູ່ແຂວງ Giza ທາງທິດຕາເວັນຕົກນະຄອນຫຼວງກາຍໂຣ. ໃນວັນດຽວກັນ, ບັນດາສະມາຊິກໃນອົງການອ້າຍນ້ອງຊາວມຸດຊະລິມ ກໍ່ໄດ້ບຸກໂຈມຕີ, ເຮັດໃຫ້ເກີດໄຟໄໝ້ຢູ່ສຳນັກງານແຫ່ງໜຶ່ງຂອງກະຊວງການເງິນຢູ່ໃຈກາງນະຄອນຫຼວງກາຍໂຣ. ການນຳຈຳນວນໜຶ່ງຂອງອົງການອ້າຍນ້ອງຊາວມຸດຊະລິມ ປະກາດຈະສືບຕໍ່ຮັກສາບັ້ນດຳເນີນແຫ່ຂະບວນປະທ້ວງໂດຍສັນຕິ ຈົນເຖິງເວລາບັນລຸໄດ້ຈຸດໝາຍທີ່ໄດ້ວາງອອກ ນັ້ນແມ່ນໂຄ່ນລົ້ມ “ລະບອບລັດຖະປະຫານ“. ເພື່ອໂຕ້ຕອບຄືນການກະທຳຂອງອົງການອ້າຍນ້ອງຊາວມຸດຊະລິມ, ຂະບວນການລຸກຮຶ້ນຂຶ້ນ ຊື່ງແມ່ນໜຶ່ງໃນບັນດາກຳລັງນຳໜ້າໃນບັ້ນດຳເນີນແຫ່ຂະບວນປະທ້ວງໂຄ່ນລົ້ມທ່ານ Mohamed Morsi ໄດ້ປຸກລະດົມຂະບວນການປະທ້ວງມະຫາຊົນໃນທົ່ວເຂດດິນແດນອີຢີບ ໃນວັນທີ 16/8 ເພື່ອສະແດງໃຫ້ເຫັນການສະໜັບສະໜູນກອງທັບ, ຕຳຫຼວດ ແລະ ຄັດຄ້ານບັນດາການໃຊ້ຄວາມຮຸນແຮງຂອງອົງການອ້າຍນ້ອງຊາວມຸດຊະລິມ. ຫຼາຍກຳລັງການເມືອງອີຢີບ ປະກາດວ່າຈະຕອບສະໜອງຄຳຮຽກຮ້ອງນີ້.