ການໃຊ້ຄວາມຮຸນແຮງລະຫວ່າງອິດສະລາແອນແລະປາແລດສະຕີນສືບຕໍ່ຂະຫຍາຍອອກ
(ພາບປະກອບ: Delhidilsetoday)
(vovworld) - ຕອນເຊົ້າວັນທີ 10/10, ລູກຈະຫຼວດໜ່ວຍໜຶ່ງຖືກຍິງຈາກຜືນແຜ່ນດິນຂອງ ປາແລດສະຕີນ ໄດ້ຕົກລົງເຂດພາກໃຕ້ ອິດສະລາແອນ, ແຕ່ບໍ່ກໍ່ຄວາມລົ້ມຫາຍຕາຍຈາກ. ເຫດການນີ້ເກີດຂຶ້ນຢູ່ເຂດຊາຍແດນລະຫວ່າງ ອິດສະລາແອນ ແລະ ປາແລດສະຕີນ. ໃນຖະແຫຼງການໜຶ່ງ, ທະຫານ ອິດສະລາແອນ ໃຫ້ຮູ້ວ່າ, ລູກຈະຫຼວດທີ່ຍິງຈາກເຂດກາຊາ, ໂດຍຂະບວນການ Hamas ຄວບຄຸມ, ໄດ້ຕົກລົງເຂດບໍ່ມີຄົນຢູ່.
ເຫດການເກີດຂຶ້ນໃນສະພາບການໃຊ້ຄວາມຮຸນແຮງລະຫວ່າງ ອິດສະລາແອນ ແລະ ປາແລດສະຕີນ ສືບຕໍ່ຂະຫຍາຍອອກຢ່າງກວ້າງຂວາງ. ການປະທະກັນຢ່າງດຸເດືອດຢູ່ຝັ່ງຕາເວັນຕົກ ແລະ ເຂດກາຊາໃນວັນທີ 9/10 ເຮັດໃຫ້ ຊາວປາແລດສະຕີນ 8 ຄົນເສຍຊີວິດ, ໃນນັ້ນມີຜູ້ຍິງໜຶ່ງຄົນ. ນີ້ແມ່ນການປະທະກັນນອງເລືອດທີ່ສຸດຢູ່ເຂດກາຊາ ນັບແຕ່ເກີດການປະທະກັນກັບ ອິດສະລາແອນ ເມື່ອລະດູຮ້ອນປີ 2014 ມາຮອດປະຈຸບັນ.