ການໃຊ້ຄວາມຮຸນແຮງສືບຕໍ່ເກີດຂຶ້ນຢູ່ອີຣັກ

ການໃຊ້ຄວາມຮຸນແຮງສືບຕໍ່ເກີດຂຶ້ນຢູ່ອີຣັກ - ảnh 1
ເຫດ​ວາງ​ລະ​ເບີດຢູ່​ນະຄອນຫຼວງ ​ແບ໋ກ​ແດດ
(ພາບ: AFP)


(vovworld) - ຕຳຫຼວດ​ອີຣັກ ​ໃຫ້​ຮູ້​ວ່າ, ຢ່າງ​ໜ້ອຍ​ສຸດ​ມີ 17 ຄົນ​ເສຍ​ຊີວິດ ​ແລ​ະ 26 ຄົນ​ຮັບ​ບາດ​ເຈັບ​ໃນ​ບັນດາ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ ​ເມື່ອ​ວັນ​ທີ 23/02. ​ຮ້າຍ​ແຮງ​ທີ່​ສຸດ​​ແມ່ນ​ເຫດ​ວາງ​ລະ​ເບີດ​ສະ​ຫຼະຊີບ​ໃສ່​ລົດ​ໂອ​ໂຕ ​ເລັ່ງໃສ່​ຂະ​ບວນລົດ​ໂອ​ໂຕ​ຂອງ​ກຳລັງ​ຕຳຫຼວດ​ນະຄອນ Baiji ​ເຮັດ​ໃຫ້ 7 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນ​ມີ​ຕຳຫຼວດ 3 ຄົນ ​ແລະ ຜູ້​ຖືກ​ສົງ​ໄສ 4 ຄົນ. ທີ່​ນະຄອນຫຼວງ ​ແບ໋ກ​ແດດ, ບັນດາ​​ເຫດ​ວາງ​ລະ​ເບີດ​ຢູ່​ເມືອງ Sadr City ​ແລະ Hurriyah ​ເຮັດ​ໃຫ້ 8 ຄົນ​ຖືກ​ບາດ​ເຈັບ, ​ໃນ​ນັ້ນ​ມີ​ຕຳຫຼວດ 3 ຄົນ. ອີຣັກ ພວມ​ປະ​ເຊີນ​ໜ້າ​ກັບ​ສະພາບ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້.

ຂ່າວ/ບົດ​ອື່ນ