ການໃຊ້ຄວາມຮຸນແຮງສືບຕໍ່ເກີດຂຶ້ນຢູ່ໄທ

ການໃຊ້ຄວາມຮຸນແຮງສືບຕໍ່ເກີດຂຶ້ນຢູ່ໄທ - ảnh 1
ສະພາບການໃຊ້ຄວາມຮຸນແຮງປິນຂັ້ນໄດຢູ່ໄທ
(ພາບ: vietnamplus.vn)


(vovworld) – ຕາມ​ບັນດາ​ພາຫະນະ​ສື່​ມວນ​ຊົນ ​ໄທ ​ແລ້ວ, ຕອນ​ຄຳ່​ວັນ​ທີ 22/2, ​ໄດ້ເກີດ​ເຫດ​ຍິງ​ປືນ ​ແລະ ຖີ້ມລະ​ເບີດ​ຢູ່​ສະຖານ​ທີ່​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ຢູ່​ແຂວງ ຕຣາດ, ທາງ​ທິດຕາ​ເວັນ​ອອກປະ​ເທດ​ນີ້, ​ເຮັດ​ໃຫ້ 2 ຄົນ​ເສຍ​ຊີວິດ ​ແລະ ອີກ 41 ຄົນ​ຖືກ​ຮັບ​ບາດ​ເຈັບ. ບັນດາ​ມື​ປືນ​ໃນ​ລົດ​ຂົນ​ສົ່ງ​ໄດ້​ຍິງ​ປືນ ​ແລະ ​ແກ່ວ​ງລະ​ເບີດ​ມື​ໃສ່​ຜູ້​ແຫ່​ຈະ​ບວນປະ​ທ້ວງ​ພວມ​ເຕົ້າ​ໂຮມ​ຢູ່​ເມືອງ ຄາວ ສະ​ມິນ ຂຶ້ນ​ກັບ​ແຂວງ ຕຣາດ, ​ໂດຍ​ຮ່າງ​ຈາກ​ນະຄອນຫຼວງ ບາງກອກ ​ໄປ​ທາງ​ທິດຕາ​ເວັນ​ອອກ 300 ກມ, ຫຼັງ​ຈາກ​ນັ້ນ​ໄດ້​ຖອນ​ອອກ​ຈາກ​ສະຖານ​ທີ່​ເກີດ​ເຫດ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເຫດການ​ໃຊ້​ຄວາມ​ຮຸນ​ແຮງ​ຮ້າຍ​ແຮ​ງທີ່​ສຸດ​ນັບ​ແຕ່​ເມື່ອ​ກະ​ແສ​ຟອງ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີ ຍິ່ງ​ລັກ​ ຊິນ​ນະ​ວັດ ​ເກີດ​ຂຶ້ນ​ໃນ​ທ້າຍ​ເດືອນ 11/2013 ຜ່ານ​ມາ.  ນັບ​ແຕ່​ເມື່ອ​ຂະ​ບວນການ​ແຫ່​ຂະ​ບວນປະ​ທ້ວງ​ທຳ​ອິດ​ມາ​ຮອດ​ປະຈຸ​ບັນ, ຢ່າງ​ໜ້ອຍ​ສຸດ​ມີ 16 ຄົນ​ເສຍ​ຊີວິດ, ​ເກືອ​ບ 700 ຄົນ​ຖືກ​ຮັບ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນ​ໃຊ້​ຄວາມ​ຮຸນ​ແຮງ​ຄັ້ງ​ຕ່າງໆ.

ຂ່າວ/ບົດ​ອື່ນ