ກາລະໂອກາດດຳເນີນການພົບປະເຈລະຈາ 2 ຝ່າຍຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ອາມເລິກາ - ລັດເຊຍ

(VOVWORLD) - ໃນຂະນະທີ່ບັນດາການນຳ ອາເມລິກາ, ລັດເຊຍ ພວມພິຈາລະນາດຳເນີນການພົບປະຄັ້ງທີ 2, ວັນທີ 27 ກໍລະກົດ,
ກາລະໂອກາດດຳເນີນການພົບປະເຈລະຈາ 2 ຝ່າຍຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ອາມເລິກາ - ລັດເຊຍ - ảnh 1 ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ James Mattis (ພາບ: Kyodo/TTXVN)

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ James Mattis ໃຫ້ຮູ້ວ່າ: ທ່ານພວມຊັ່ງຊາກ່ຽວກັບການເຈລະຈາກັບຄູ່ຕຳແໜ່ງ ລັດເຊຍ Sergei Shoigu. ທ່ານຢືນຢັນວ່າ ຈະສະໜັບສະໜູນເລື່ອງສືບຕໍ່ບັນດາການແລກປ່ຽນຂໍ້ມູນຂ່າວສານ, ເນັ້ນໜັກເຖິງສິ່ງສຳຄັນທີ່ສຸດແມ່ນການເຈລະຈາກັບບັນດາປະເທດທີ່ມີຄວາມບໍ່ລົງລອຍກັນຫລາຍທີ່ສຸດກັບ ອາເມລິກາ. ຄຳເຫັນຂອງທ່ານລັດຖະມົນຕີ Mattis ໄດ້ຍົກອອກມາພາຍຫລັງກ່ອນນັ້ນ ໃນວັນດຽວກັນ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຢືນຢັນວ່າ ທ່ານພ້ອມແລ້ວທີ່ຈະໄປ ວໍຊິງຕັນ ເພື່ອພົບປະກັບທ່ານປະທານາທິບໍດີ ອາເມລິກາ Donald Trump, ພ້ອມທັງໃຫ້ຮູ້ວ່າ: ຈະເຊີນການນຳ ອາເມລິກາ ຢ້ຽມຢາມ ມົດສະກູ.

ຕອບກັບ

ຂ່າວ/ບົດ​ອື່ນ