ກຳປັ່ນອາເມລິກາ ຢ້ຽມຢາມ ສັນຕະວະໄມຕີ ນະຄອນ Da Nang

ກຳປັ່ນອາເມລິກາ ຢ້ຽມຢາມ ສັນຕະວະໄມຕີ ນະຄອນ Da Nang  - ảnh 1
ກຳ​ປັ່ນ​ອາ​ເມ​ລິ​ກາ ຢ້ຽມຢາມ​ສັນຕະວະ​​ໄມຕີ​ນະຄອນ Da Nang
( ພາບ: quocphong.baodatviet.vn )


( vovworld ) –   ຕອນ​ບ່າຍວັນ​ທີ 23/4, ກຳ​ປັ່ນ 3 ລຳ​ຂອງ​ກອງທັບ​ເຮືອ​ອາ​ເມ​ລິ​ກາ ​ໄດ້​ເຂົ້າທຽບທ່າ​ກຳ​ປັນ Tien Sa ຢ້ຽມຢາມ​ສັນຕະວະ​​ໄມຕີ​ນະຄອນ Da Nang. ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ກຳ​ປັ່ນ 3 ລຳ​ຂຶ້ນ​ກັບ​ກອງ​ເຮືອ​ຮົບ 7 - ກ​ອງທັບ​ເຮືອສະຫະລັດ​ອາເມ​ລິ​ກາ ດ້ວຍ​ນາຍ ​ແລະ ພົນທະຫານ​ ​ແລະ ລູກ​ເຮືອ​​ເກືອບ 2000 ຄົນຈະ​ພັກ​ອາ​ໄສຢູ່ນະຄອນDa Nang ​​ແຕ່​ວັນ​ທີ 23 – 27/4. ນອກຈາກ​ການ​​ແລກປ່ຽນ​ສອງ​ຝ່າຍ​ລະຫວ່າງ​ກອງທັບ​ເຮືອ​ຫວຽດນາມ ​ແລະ ກ​ອງທັບ​ເຮືອ​ສະຫະລັດອາ​ເມ​ລິ​ກາ, ສອງ​ຝ່າຍ​ຍັງ​ແລກປ່ຽນ​ກ່ຽວ​ກັບ​ການ​ແພດ​ໃນ​ນ້ຳ, ການ​ແພດ​ໃນ​ການ​ດຳ​ນ້ຳ ​ແລະຫ້ອງ​ຄວາມດັນ​ແຮງ​ໃນ​ກາ​ປິ່ນ ແລະ ​ແລກປ່ຽນ​ບົດຮຽນ​ໃນ​ການ​ກູ້​ໄພ​ກູ້​ຊີບ​ບົນ​ທະ​ເລ.

ຂ່າວ/ບົດ​ອື່ນ