ກຳປູເຈຍ: 3ມື້ແຫ່ຂະບວນປະທ້ວງຂອງ CNRP ສິ້ນສຸດລົງໂດຍບໍ່ໃຊ້ຄວາມຮຸນແຮງ

ກຳປູເຈຍ: 3ມື້ແຫ່ຂະບວນປະທ້ວງຂອງ CNRP ສິ້ນສຸດລົງໂດຍບໍ່ໃຊ້ຄວາມຮຸນແຮງ - ảnh 1
ຜູ້ແຫ່ຂະບວນປະທ້ວງຢູ່ຕໍ່ໜ້າສະຖານທູດ ຈີນ
(ພາບ: Chí Hùng/Vietnam+)

(vovworld) – ວັນ​ທີ 25/10, ​ເຊິ່ງ​ແມ່ນວັນ​ສຸດ​ທ້າຍ​ຂອງ​ການ​ແຫ່​ຂະ​ບວນປະ​ທ້ວງ​ເປັນ​ເວລາ 3 ວັນ​​ໂດ​ຍພັກ ກູ້​ຊາດ ກຳປູ​ເຈຍ (CNRP) ປຸກລະດົມ, ທ່ານ​ປະທານ CNRP Sam Rainsy ນຳ​ໜ້າ​ຄະນະ​ແຫ່​ຂະ​ບວນປະ​ທ້ວງ​ໄປ​ຍັງ​ສະຖານທູດ​ບັນດາ​ປະ​ເທດ: ອົດ​ສະ​ຕາ​ລີ, ລັດ​ເຊຍ, ຍີ່ປຸ່ນ, ອິນ​ໂນ​ເຊຍ ​ແລະ ຈີນ ​ເພື່ອ​ສົ່ງ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ຮັບປະກັນການ​ປະຕິບັດ​ສັນຍາ​ປາຣີ ກ່ຽວ​ກັບ​ສັນຕິພາບ​ໃຫ້​ແກ່ ກຳປູ​ເຈຍ ​ທີ່​ໄດ້ເຊັນ​ເມື່ອ​ວັນ​ທີ 23/10/1991. ກ່ອນ​ໜ້າ​ນັ້ນ, ວັນ​ທີ 23/10, ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ເດີນ​ຂະ​ບວນຈາກ​ສະໜາມ​ຫຼວງ ປະຊາທິປະ​ໄຕ ​ເຖິງ​ຫ້ອງ​ວ່າການ​ຂະ​ຫຼວງ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ສິດທິ​ມະນຸດ​ເພື່ອ​ສົ່ງ​ຂໍ້ສະ​ເໜີ​ຄື​ດັ່ງກ່າວ. ຈາກ​ນັ້ນ, ​ໄດ້​ຝາກ​ຂໍ້​ສະ​ເໜີ​ເຖິງ​ສະຖານທູດ​ບັນດາ​ປະ​ເທດ ຝຣັ່ງ, ອັງກິດ ​ແລະ ​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 24/10. ການ​ແຫ່​ຂະ​ບວນປະ​ທ້ວງ​ສິ້ນ​ສຸດ​ລົງ​ໂດຍ​ບໍ່​ມີ​ການ​ໃຊ້​ຄວາມ​ຮຸນ​ແຮງ, ​​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຍັງ​ຄົງ​ລະ​ເມີດ​ບາງ​ຂໍ້​ກຳນົດ​ຂອງ​ອຳນາດ​ການ​ປົກຄອງ​ຄື: ​ຜູ້​ເຂົ້າ​ຮ່ວມ​ການແຫ່​ຂະ​ບວນປະ​ທ້ວງ​​ລື່ນ​ກາຍ​ກຳນົດອະນຸຍາດ ​ແລະ ​​ເຂົ້າ​​ໄປບັນດາ​ເສັ້ນທາງ​ບໍ່​ໄດ້​ຮັບ​ອະນຸຍາດ.

 

ຂ່າວ/ບົດ​ອື່ນ