(vovworld) – ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ໃຫ້ຮູ້ວ່າ: “ໝາກຜົນຢ່າງເປັນທາງການ ດ້ວຍບັນດາຕຳແໜ່ງໄດ້ຮັບການບົ່ງຕົວ ແລະ ບັນດາຜູ້ອອກສະໝັກຮັບເລືອກຕັ້ງໄດ້ຮັບໄຊຊະນະ ຈະຖືກປະກາດໃນວັນທີ 14/8 ຖ້າຫາກບໍ່ມີການຄັດຄ້ານໃດໆຈາກບັນດາພັກການເມືອງ”. ໃນກໍລະນີມີການຄັດຄ້ານນັ້ນ, ຈຸດເວລາປະກາດໝາກຜົນຢ່າງເປັນທາງການຈະຖືກໂຈະໄວ້ເຖິງວັນທີ 8/9. ແລະກໍ່ຕາມ NEC ແລ້ວ, ໝາກຜົນຂອງການເລືອກຕັ້ງໃນເບື້ອງຕົ້ນຈະໄດ້ຮັບການປະກາດໃນວັນທີ 10/8 ຈະມາເຖິງ.
ກຳປູເຈຍ ໄດ້ຈັດການເລືອກຕັ້ງໃນວັນທີ 28/7 ຜ່ານມາ. ຕາມໝາກຜົນບໍ່ເປັນທາງການ, ພັກປະຊາຊົນ ກຳປູເຈຍ (CPP) ກຳອຳນາດໄດ້ຮັບໄຊຊະນະ, ດ້ວຍ 68 ທີ່ນັ່ງໃນຈຳນວນ 123 ທີ່ນັ່ງໃນສະພາແຫ່ງຊາດ ແລະ ພັກຝ່າຍຄ້ານກູ້ຊາດກຳປູເຈຍ (CNRP) ຍາດໄດ້ 55 ທີ່ນັ່ງ. ແຕ່ CNRP ໄດ້ຄັດຄ້ານໝາກຜົນຂອງການເລືອກຕັ້ງ, ຖືວ່າພັກນີ້ບັນລຸໄດ້ 63 ທີ່ນັ່ງ, ສ່ວນພັກ CPP ຍາດໄດ້ 60 ທີ່ນັ່ງເທົ່ານັ້ນ.