ກຳປູເຈຍ ຕ້ອນຮັບແຂກທ່ອງທ່ຽວເກືອບ 1 ລ້ານເທື່ອຄົນໃນໂອກາດບຸນປີໃໝ່ປະຈຳຊາດ

(VOVWORLD) - ໃນໂອກາດບຸນປີໃໝ່ປະຈຳຊາດ 2018, ຈຳນວນແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ມາຢ້ຽມຢາມ ປະເທດນີ້ໄດ້ເພີ່ມຂຶ້ນກ່ວາ 93% ເມື່ອທຽບໃສ່ປີກາຍ. 

ເຖິງວ່າ, ບຸນປີໃໝ່ປະຈຳຊາດປີຈໍ 2018 ບໍ່ແມ່ນບຸນປີໃໝ່ປະຈຳຊາດຂອງ ປະເທດ ກຳປູເຈຍ ກໍ່ຕາມ, ແຕ່ວ່າ “ປະເທດຂອງວັດວາອາຮາມ” ນີ້ກໍ່ໄດ້ຕ້ອນຮັບຈຳນວນແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມ ແລະ ຜັກຜ່ອນບຳລຸງສຸຂະພາບຢູ່ບັນດາເຂດປູຊະນີຍະສະຖານ ແລະ ຫາດຊາຍທະເລເກືອບ 1 ລ້ານເທື່ອຄົນ.

        ກະຊວງທ່ອງທ່ຽວ ກຳປູເຈຍ ໃຫ້ຮູ້ວ່າ: ໃນໂອກາດບຸນປີໃໝ່ປະຈຳຊາດ 2018, ຈຳນວນແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ມາຢ້ຽມຢາມ ປະເທດນີ້ໄດ້ເພີ່ມຂຶ້ນກ່ວາ 93% ເມື່ອທຽບໃສ່ປີກາຍ. ໃນນັ້ນບັນດາແຂວງມີຈຳນວນແຂກທ່ຽວທ່ຽວເພິ່ມຂຶ້ນຫຼາຍລວມມີ: Siem Reap, Kampot, Preah Sihanouk ແລະ Battambang.

        ຕາມກະຊວງທ່ອງທ່ຽວ ກຳປູເຈຍ ແລ້ວ, ລະບົບພື້ນຖານໂຄງລ່າງ ໄດ້ຮັບຄວາມເອົາໃຈໃສ່ລົງທຶນ, ຄຸນນະພາບການບໍລິການນັບມື້ນັບໄດ້ຮັບຄວາມເອົາໃຈໃສ່; ການປ້ອງກັນຄວາມສະຫງົບ, ການເມືອງ ໄດ້ຮັບປະກັນແມ່ນບັນດາປັດໄຈດຶງດູດແຂກທ່ອງທ່ຽວໄປຍັງ ປະເທດນີ້ ນັບມື້ນັບສູງຂຶ້ນ. ກຳປູເຈຍ ໄດ້ວາງອອກຄາດໝາຍຕ້ອນຮັບແຂກທ່ອງທ່ຽວປະມານ  7 – 8 ລ້ານເທື່ອຄົນໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ