(ພາບ:vov.vn)
(vovworld)- ວັນທີ 15/4, ກຳປູເຈຍ ແລະ ໄທ ເລີ່ມດຳເນີນການອະພິປາຍຢູ່ສານຍຸດຕິທຳສາກົນ (ICJ) ຢູ່ໂຮນລັງ ກ່ຽວກັບເຂດພິພາດຢູ່ອ້ອມວິຫານ Preah Vihear. ການອະພິປາຍທີ່ແກ່ຍາວໃນເວລາ 7 ວັນນີ້ ຖືກດຳເນີນໄປພາຍຫຼັງເວລາ 2 ປີນັບແຕ່ກຳປູເຈຍ ສະເໜີໃຫ້ສານດັ່ງກ່າວເຮັດແຈ້ງກ່ຽວກັບການຕັດສິນຂອງສານເມື່ອປີ 1962 ທີ່ກ່ຽວຂ້ອງເຖິງເຂດພິພາດຢູ່ອ້ອມແອ້ມວິຫານເກົ່າທີ່ຕັ້ງຢູ່ເຂດຊາຍແດນຕິດກັບໄທ ແຫ່ງນີ້. ກ່າວຄຳເຫັນທີ່ວາລະອະພິປາຍ, ທ່ານ Hor Namhong ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດກຳປູເຈຍ ເນັ້ນໜັກວ່າ: ຖ້າການຕັດສິນເມື່ອປີ 1962 ຂອງ ICJ ບໍ່ໄດ້ເຮັດແຈ້ງ, ອາດຈະກໍ່ “ບັນດາຜົນຮ້າຍທີ່ບໍ່ຢາກມີ“, ກີດຂວາງປະຊາຊົນກຳປູເຈຍ ແລະ ໄທ ດຳລົງຊີວິດຢູ່ໃນສະພາບສະໜິດສະໜົມ, ສັນຕິພາບ ແລະ ການຮ່ວມມື. ຕາມທ່ານ Hor Namhong ແລ້ວ, ວິຫານ Preah Vihear ແມ່ນສັນຍາລັກສຳຄັນຂອງສາຍພົວພັນສັນຕິພາບລະຫວ່າງສອງປະເທດ. ຕາມແຜນການແລ້ວ, ICJ ຈະຮັບຟັງບັນດາເຈົ້າໜ້າທີ່ຂອງປະເທດກຳປູເຍ ແລະ ໄທ ລາຍງານທັດສະນະແຕ່ວັນທີ 15-19/4 ກ່ອນທີ່ຈະອອກຄຳຕັດສິນໃນເດືອນ 10/2013.