ກຳປູເຈຍຍຸບເລີກຄຳສັ່ງຫ້າມແຫ່ຂະບວນປະທ້ວງ

ກຳປູເຈຍຍຸບເລີກຄຳສັ່ງຫ້າມແຫ່ຂະບວນປະທ້ວງ - ảnh 1
ຕຳຫຼວດ ກຳປູເຈຍ ຈັບຕົວຜູ້ແຫ່ຂະບວນປະທ້ວງຢູ່ນະຄອນຫຼວງ ພະນົມເປັນໃນວັນທີ 3/1
(ພາບ:AFP/TTXVN)

(vovworld) – ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Hunsen ຫາກໍ່ຍຸບ​ເລີກ​ຄຳ​ສັ່ງ​ຫ້າມ​ການ​ແຫ່​ຂະ​ບວນປະ​ທ້ວງ​ທີ່​ແກ່ຍາວ​ເປັນ​ເວລາ 1 ​ເດືອນ​ສຳລັບ​ບັນດາ​ການ​ເຄື່ອນ​ໄຫວ​ແຫ່​ຂະ​ບວນປະ​ທ້ວງ​ພາຍຫຼັງ​ສະພາບ​ການ​ລວມ​ໄດ້​ຮັບ​ການ​ປັບປຸງ.

    ກ່ອນ​ໜ້າ​ນັ້ນ, ລັດຖະບານ ກຳປູ​ເຈຍ ​ໄດ້​ຈັດ​ວາງ​ຄຳ​ສັ່ງ​ຫ້າມ​​ບັນດາ​ການ​ເຄື່ອນ​ໄຫວ​ແຫ່​ຂະ​ບວນປະ​ທ້ວງ​ຊົ່ວຄາວ​​ໃນ​ວັນ​ທີ 4/1, ພາຍຫຼັງ​ເກີດ​ການ​ປະ​ທະ​ກັນທີ່​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​ຕ່າງໆ​ຂອງ​ກຳມະກອນ​ໃນ​ເດືອນ 1 ທີ່​ຜ່ານ​ມາ​ເຮັ​ດ​ໃຫ້​ຢ່າງ​ໜ້ອຍ​ສຸດ 5 ຄົນ​ເສຍ​ຊີວິດ, ປະມານ 40 ຄົນ​ຖືກ​ຮັບ​ບາດ​ເຈັບ.

    ການ​ຖົກ​ຖຽງ​ກັນ​ທາງ​ດ້ານ​ກາ​ນ​ເມືອງ​ຢູ່ ກຳປູ​ເຈຍ ​ເກີດ​ຂຶ້ນນັບ​ແຕ່​ພາຍຫຼັງ​ການ​​ເລືອກ​ຕັ້ງ​ເມື່ອ​ເດືອນ 7/2013 ດ້ວຍ​ໝາກຜົນ​ພັກ​ປະຊາຊົນ ກຳປູ​ເຈ​ຍ (CPP) ກຳ​ອຳນາດ​ຂອງ​ທ່ານ​ນາຍົກລັດຖະມົນຕີ Hunsen ຍາດ​ໄດ້​ໄຊຊະນະ​ ດ້ວຍ​ 68 ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ, ​ໃນ​ຂະນະ​ທີ່​ພັກ​ກູ້​ໄພ​ແຫ່ງ​ຊາດ ກຳປູ​ເຈຍ (CNRP) ຍາດ​ໄດ້ 55 ທີ່​ນັ່ງ. CNRP ບໍ່ຍອ​ມຮັບ​ໝາກຜົນ​ການ​ເລືອກ​ຕັ້ງ, ຖະ​ແຫຼ​ງວ່າ​ຄັດຄ້ານ​ສະພາ​ແຫ່ງ​ຊາດ ​ແລະ ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຫຼາຍ​ຄັ້ງ​ເພື່ອ​ຮຽກຮ້ອງ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຄືນ​ໃໝ່.

 


ຂ່າວ/ບົດ​ອື່ນ