ກຳປູເຈຍປົດສິດພິເສດຂອງສະມາຊິກສະພາສູງທີ່ເສກສັນປັ້ນແຕ່ງສົນທິສັນຍາຊາຍແດນກັບຫວຽດນາມ

ກຳປູເຈຍປົດສິດພິເສດຂອງສະມາຊິກສະພາສູງທີ່ເສກສັນປັ້ນແຕ່ງສົນທິສັນຍາຊາຍແດນກັບຫວຽດນາມ - ảnh 1
ສະ​ມາ​ຊິກ​ສະ​ພາ​ສູງ Hong Sok Hour
ພາບ:cand.com.vn

(vovworld)-​ຕອນ​ບ່າຍ​ວັນ​ທີ 17/8, ​ສະ​ພາ​ສູງ ກຳ​ປູ​ເຈຍ ໄດ້​ຕົກ​ລົງ​ປົດ​ສິດ​ພິ​ເສດ​ສຳ​ລັບ​ສະ​ມາ​ຊິກ​ສະ​ພາ​ສູງ​ພັກ​ກູ້​ຊາດ ກຳ​ປູ​ເຈຍ CNRP ຝ່າຍ​ຄ້າຍ Hong Sok Hour, ຜູ້​​ທີ່ພວມ​ຖືກ​ກັກ​ຂັງ​ຕາມ​ຄຳ​ຕັດ​ສິນ​ຂອ​ງ​ສານ​ພະ​ນົມ​ເປັນ. ຂໍ້​ຕົກ​ລົງ​ປົດ​ສິດ​ພິ​ເສດ​ຂອງ​ສະ​ມາ​ຊິກ​ສະ​ພາ​ສູງ Hong Sok Hour ໄດ້​ຮັບ​ບັດ​ເຫັນ​ດີ 47/47 ຈາກ​ສະ​ມາ​ຊິກ​ສະ​ພາ​ສູງ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ທີ່​ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ, ໃນ​ຂະ​ນະ​ ບັນ​ດາ​ສ​ະ​ມາ​ຊິກ​ພັກ CNRP ໄດ້​ປະ​ຕິ​ເສດ​ການ​ເຄື່ອນ​ໄຫວນີ້. ຂໍ້​ຕົກ​ລົງ​ຂອງ​ສະ​ພາ​ສູງ ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ອົງ​ການ​ມີ​ສິດ​ອຳ​ນາດ​ຂອງ​ກຳ​ປູ​ເຈຍ ສືບ​ຕໍ່​ວິ​ວັດ​ການ​ດຳ​ເນີນ​ຄະ​ດີ​ດ້ານ​ກົດ​ໝາຍ​ສຳ​ລັບ​ສະ​ມາ​ຊິກ​ສະ​ພາ​ສູງ Hong Sok Hour.

 

ຂ່າວ/ບົດ​ອື່ນ