(VOVWORLD) -ວັນທີ 12 ມັງກອນ, ກຳປູເຈຍ ປະກາດຈະເລື່ອນກອງປະຊຸມວົງແຄບ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ, ຄາດວ່າຈະດຳເນີນຕາມຮູບແບບໂດຍກົງ ໃນລະຫວ່າງວັນທີ 18 – 19 ມັງກອນ.
ທ່ານ Koy Kuong ໂຄສົກກະຊວງການຕ່າງປະເທດ ກຳປູເຈຍ |
ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Koy Kuong ໂຄສົກກະຊວງການຕ່າງປະເທດ ກຳປູເຈຍ ໃຫ້ຮູ້ ສາຍເຫດທີ່ເລື່ອນກອງປະຊຸມດັ່ງກ່າວ ແມ່ນ ຍ້ອນ ລັດຖະມົນຕີການຕ່າງປະເທດຫຼາຍປະເທດສະມາຊິກ ອາຊຽນ ຍາກທີ່ຈະມາກຳປູເຈຍ ເຂົ້າຮ່ວມກອງປະຊຸມໄດ້.
ຕາມແຜນການເບື້ອງຕົ້ນແລ້ວ, ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ (AMM Retreat) ຈະໄດ້ຈັດຂຶ້ນໃນວັນທີ 18 – 19 ມັງກອນ ຢູ່ນະຄອນ Siem Reap, ທາງພາກເໜືອ ກຳປູເຈຍ. ນີ້ແມ່ນກຳປະຊຸມສຳຄັນຄັ້ງທຳອິດໃນປີ 2022 ໂດຍກຳປູເຈຍ ຈັດຂຶ້ນໃນຖານະເປັນປະທານ ອາຊຽນ.