ກຳມາທິການກົດໝາຍສະພາແຫ່ງຊາດສິ້ນສຸດວາລະປະຊຸມຄົບຄະນະຄັ້ງທີ 6

ກຳມາທິການກົດໝາຍສະພາແຫ່ງຊາດສິ້ນສຸດວາລະປະຊຸມຄົບຄະນະຄັ້ງທີ 6 - ảnh 1
(ພາບປະກອບ)

(vov) - ຕອນ​ເຊົ້າ​ວັນ​ທີ 29/9, ຢູ່​ນະຄອນ ໂຮ່ຈີ​ມິນ, ກຳມາ​ທິການ​ກົດໝາຍ​ສະພາ​ແຫ່ງ​ຊາດ​ສິ້ນ​ສຸດ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 6 ດ້ວຍ​ການປະກອບ​ຄວາມ​ເຫັນ​ໃຫ້​ແກ່​ຮ່າງ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ຂັ້ນ​ຕອນ, ລະບຽບ​ການ, ວິທີ​ການ​ຮັບ​ເອົາ​ບັດ​ໄວ້​ວາງ​ໃຈ​ສຳ​ຫຼັບ​ຜູ້​ຮັກສາ​ຕຳ​ແໜ່​ງ ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫຼື​ໃຫ້​ສັດຕະຍາບັນ. ທ່ານ Nguyen Ba Thuyen, ຮອງ​ຫົວໜ້າ​ຄະນະ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ເລິ​ມດົ່ງ​ ປະກອບ​ຄວາມ​ເຫັນ​ວ່າ:

        ”ຮ່າງ​ມະຕິ​ໄດ້​ຍົກ​ອອກ​ຫຼາຍ​ຕຳ​ແໜ່​ງ​ຕ້ອງຮັບ​ເອົາ​ບັດ​ໄວ້​ວາງ​ໃຈ​ທີ່​ສຸດ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ຄວນ​ສຸມ​ໃສ່ຮັບ​ເອົາ​ບັດ​ໄວ້​ວາງ​ໃຈສຳ​ຫຼັບ​ບາງ​ຕຳ​ແໜ່​ງສຳຄັນ​​ເທົ່າ​ນັ້ນ. ຕົວຢ່າງ​ຄື​ສະພາ​ແຫ່ງ​ຊາດຮັບ​ເອົາ​ບັດ​ໄວ້​ວາງ​ໃຈ​ສຳ​ຫຼັບຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຂຶ້ນ​ໄປ, ສ່ວນ​ບັນດາ​ກະຊວງ​ຄວນຮັບ​ເອົາ​ບັດ​ໄວ້​ວາງ​ໃຈ​ຈາກ​ລັດຖະມົນຕີ​ຂຶ້ນ​ໄປ. ​ແລະ 2 ປີ​ເທື່ອ​ໜຶ່ງ​ພວກ​ເຮົາ​ຈະ​ດຳ​ເນີນ​ການຮັບ​ເອົາ​ບັດ​ໄວ້​ວາງ​ໃຈ​, ບົນ​ພື້ນຖານ​ນັ້ນ​ຈະ​ປ່ອນ​ບັດ​ບໍ່​ໄວ້​ວາງ​ໃຈ​ອີກ”

        ​ເປັນ​ອັນວ່າ​ພາຍຫຼັງ 3 ມື້​ແຫ່ງ​ການ​ເຮັດ​ວຽກ, ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 6 ຂອງກຳມາ​ທິການ​ກົດໝາຍ​ສະພາ​ແຫ່ງ​ຊາດ ​ໄດ້​ປະກອບ​ຄວາມ​ເຫັນ​ຫຼາຍ​ບັນຫາ​ທີ່​ສຳຄັນ. ທ່ານ Phan Trung Ly, ຫົວໜ້າກຳມາ​ທິການ​ກົດໝາຍ​ສະພາ​ແຫ່ງ​ຊາດ, ຕີ​ລາຄາ​ວ່າ:

        ”​ເຖິງ​ວ່າ​ວາລະ​ປະຊຸມ​ດຳ​ເນີນ​ພາຍ​ໃນ​ເວລາ​ພຽງ 3 ວັນ​ເທົ່າ​ນັ້ນ, ​ແຕ່ກຳມາ​ທິການ​ກົດໝາຍ​ສະພາ​ແຫ່ງ​ຊາດ ​ພັດ​ແກ້​ໄຂ​ໄດ້​ຫຼາຍ​ບັນຫາ​ເພື່ອ​ກະກຽ​ມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ຈະ​ມາ​ເຖິງ​ຂອງ​ສະພາ​ແຫ່ງ​ຊາດ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ ແລະ​ ປະກອບ​ຄວາມ​ເຫັນ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ນະຄອນຫຼວງ, ​ເອກະສານ​ລາຍ​ງານ​ໝາກຜົນ​ແຫ່ງ​ການ​ຕິດຕາມ​ກວດກາ​​ການ​ປັບ​ໄໝ​ລົງ​ໂທດ​ດ້ານ​ບໍລິຫານ​ໃນ​ຂົງ​ເຂດ​ຄົມມະນາຄົມ. ກວດກາ​ຮ່າງ​ມະຕິ​ຮັບ​ເອົາ​ບັດ​ໄວ້​ວາງ​ໃຈ ​ແລະ ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳ​ຫຼັບ​ຜູ້​ຮັກສາ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ, ​ແລະ ​ໃຫ້​ສັດຕະຍາບັນ.”

ຂ່າວ/ບົດ​ອື່ນ