ສະພາແຫ່ງຊາດຕົກລົງຍົກເພດານລາຍຈ່າຍງົບປະມານເກີນດຸນ
ພາບ:internet
|
(vovworld)-ນີ້ແມ່ນຫນຶ່ງໃນບັນດາເນື້ອໃນໄດ້ຮັບການເຕື້ອງເຖິງໃນບົດລາຍງານກວດກາສະພາບການປະຕິບັດແຜນງົບປະມານແຫ່ງລັດປີ 2013, ແຜນງົບປະມານແຫ່ງລັດ ແລະ ວິທີຈັດແບ່ງງົບປະມານສູນກາງປີ 2014 ຂອງກຳມາທິການການເງິນທີ່ການເຮັດວຽກໃນຕອນບ່າຍວັນທີ 23/10 ສະພາແຫ່ງຊາດ. ຕາມທ່ານ ຟຸ່ງກວກຫຽນ, ຫົວຫນ້າກຳມາທິການການເງິນງົບປະມານແລ້ວ, ເລື່ອງເພີ່ມເພດານລາຍຈ່າຍງົບປະມານເກີນດຸນປີ 2014 ແຕ່ 4,8% GDP ຂຶ້ນເຖິງ 5,3% GDP ເທົ່າກັບ 224.000 ຕື້ດົງ.
“ກຳມາທິການງົບປະມານຖືວ່າ: ເຖິງວ່າ ອັດຕາລາຍຈ່າຍງົບປະມານເກີນດຸນບໍ່ທັນເໝາະສົມກັບວິວັດການຫລຸ່ດຜ່ອນລາຍຈ່າຍງົບປະມານເກີດດຸນ ຊື່ງສະພາແຫ່ງຊາດຕົກລົງ ແຕ່ໃນສະພາບການຂຸດຄົ້ນແຫລ່ງລາຍຮັບແມ່ນປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ຄວາມຕ້ອງການລາຍຈ່າຍຍັງຢູ່ໃນລະດັບສູງຢູ່, ປີ 2014 ບໍ່ອາດສາມາດຫລຸດຜ່ອນລາຍຈ່າຍງົບປະມານເກີນດຸ່ນຕາມວິວັດການໄດ້. ”