ທ່ານ ຟານຈູງລີ, ຫົວຫນ້າກຳມາທິການກົດໝາຍກ່າວຄຳເຫັນ
ທີ່ວາລະປະຊຸມ
photo: baomoi.com
|
(vovworld)- ຕອນເຊົ້າວັນທີ 28/4 ຢູ່ ນະຄອນ ດາຫນັງ, ກຳມາທິການຂອງສະພາແຫ່ງຊາດ ໄດ້ຈັດຕັ້ງວາລະປະຊຸມຄົບຄະນະຄັ້ງທີ 4 ເພື່ອກວດກາ, ໃຫ້ຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍສຳມະໂນຄົວ, ກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ ແລະ ມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ ກຳນົດກ່ຽວກັບເລື່ອງບັນດາອົງການຂອງສະພາແຫ່ງຊາດ,ສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນ ແລະ ຜູ້ແທນສະພາປະຊາຊົນ ຕ້ອນຮັບພົນລະເມືອງ, ຮັບເອົາ ແລະ ແກ້ໄຂໃບຮ້ອງທຸກ, ກ່າວຟ້ອງ, ຂໍ້ສະເຫນີ ເພ່ືອສ່ອງແສງເຖິງສະພາແຫ່ງຊາດ. ທ່ານ ຟານຈູງລີ, ຫົວຫນ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ ຖືວ່າ:
“ປະຈຸບັນ ມີ 2 ກະຊວງ ຮັບຜິດຊອບບັນຫານີ້, ຖ້າປະຕິບັດບໍ່ຄ່ອງແຄ້ວອາດຈະເກີດສະພາບຊ້ຳກັນ, ຟຸມເຟືອຍ. ສະນັ້ນ ຄະນະປະຈຳສະພາແຫ່ງຊາດ ຊີ້ນຳວ່າ: ຕ້ອງມີການປະສານສົມທົບລະຫວ່າງບັນດາຝ່າຍ. ຄະນະປະຈຳສະພາແຫ່ງຊາດໄດ້ເຮັດວຽກໂດຍກົງກັບ 2 ກະຊວງດັ່ງກ່າວເພື່ອມີການປະສານສົມທົບກັນ. ຕາມການສະເຫນີຂອງຄະນະປະຈຳສະພາແຫ່ງຊາດ ຈະລົບລ້າງບັນດາເອກະສານເພື່ອສ້າງຄວາມສະດວກໃຫ້ແກ່ປະຊາຊົນ.”