ກຳມາທິການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການເຂົ້າ - ອອກເມືອງ
ການກວດໜັງສືຜ່ານແດນຢູ່ດ່ານຊາຍແດນ ບັກລວມ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 21/9, ກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ ໄດ້ຈັດວາລະປະຊຸມຄົບຄະນະຊຸດທີ 12 ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການເຂົ້າ - ອອກເມືອງ, ການຢູ່ອາໄສຂອງຊາວຕ່າງປະເທດອາໄສຢູ່ ຫວຽດນາມ. ຕາມບັນດາຜູ້ແທນແລ້ວ, ຮ່າງກົດໝາຍຕ້ອງສະແດງໃຫ້ເຫັນຢ່າງລະອຽດ ແລະ ຄົບຖ້ວນຫຼັກການອະທິປະໄຕແຫ່ງຊາດ ແລະ ຄວາມສະເໝີພາບໃນການພົວພັນສາກົນ, ສົມທົບກັນຢ່າງກົມກຽວລະຫວ່າງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ, ເປີດກ້ວາງການພົວພັນຕ່າງປະເທດ ກັບການຮັບປະກັນຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ຮ່າງກົດໝາຍສະບັບນີ້ຄວນສຳພັດກັບບັນດາບັນຫາໃໝ່ທີ່ກ່ຽວຂ້ອງເຖິງການສ້າງຕັ້ງປະຊາຄົມ ອາຊຽນ ໃນທ້າຍປີ 2015 ເພື່ອຮັບປະກັນເໝາະສົມກັບບັນດາຄຳໝັ້ນສັນຍາສາກົນ ແລະ ທ່າອ່ຽງພັດທະນາຂອງບາງຮູບການທ່ອງທ່ຽວໃໝ່ຄືລາຍການທ່ອງທ່ຽວຂ້າມຊາດ. ທ່ານນາງ ຫງວຽນແທງຮົ່ງ ຖືວ່າ:
“ຂ້າພະເຈົ້າສະເໜີໃຫ້ຄະນະຮຽບຮຽງຄົ້ນຄ້ວາ, ເພີ່ມເຕີມຕື່ມອີກ ເຮັດແນວໃດກຳນົດຢ່າງລະອຽດໃຫ້ຂັ້ນເມືອງ, ຂັ້ນຕາແສງໃນວຽກງານຄຸ້ມຄອງລັດກ່ຽວກັບວຽກງານເຂົ້າ - ອອກເມືອງ, ພິເສດແມ່ນວຽກງານຢູ່ ອາໄສຂອງຊາວຕ່າງປະເທດຢູ່ທ້ອງຖີ່ນຂອງຕົນ. ເຮັດໄດ້ຄືແນວນັ້ນຈຶ່ງສາມາດແກ້ໄຂຂໍ້ຕິດຂັດ, ຄວາມອ່ອນດ້ອຍໃນປະຈຸບັນ. ຜ່ານນັ້ນ, ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງທ້ອງຖິ່ນທຸກຂັ້ນ, ປະຕິບັດວຽກງານເຂົ້າ - ອອກເມືອງເປັນຢ່າງດີ, ພິເສດແມ່ນວຽກງານຄຸ້ມຄອງຊາວຕ່າງປະເທດ ອາໄສຢູ່ທ້ອງຖິ່ນ.”