(vovworld) - ວົງການເຈົ້າໜ້າທີ່ອີຣັກ ໃຫ້ຮູ້ວ່າ, ວັນທີ 26/07, ບັນດາກຳລັງປ້ອງກັນຄວາມສະຫງົບຂອງປະເທດນີ້ ໄດ້ຍາດຄືນບັນດາຕຶກອາຄານຂອງມະຫາວິທະຍາໄລ Anbar, ຢູ່ເຂດຊານນະຄອນ Ramadi, ຈາກກຸ່ມລັດອິດສລາມ IS ອ້າງຊື່ເອງ. ນີ້ໄດ້ຮັບຖືວ່າແມ່ນສະຖານທີ່ສຳຄັນເພື່ອຜັນຂະຫຍາຍບໍ່ວ່າການບຸກໂຈມຕີໃດໆ ເພື່ອຍຶດເອົານະຄອນນີ້ຄືນໃໝ່. ມະຫາວິທະຍາໄລ Anbar ຕັ້ງຢູ່ທາງທິດໃຕ້ຂອງເສັ້ນທາງຄວາມໄວສູງຕົ້ນຕໍ່ຢູ່ອອມນະຄອນ Ramadi.