ກຳລັງຮັກສາສັນຕິພາບ ຫວຽດນາມ ອອກເດີນທາງໄປປະຕິບັດໜ້າທີ່

(VOVWORLD) - ວັນທີ 01 ຕຸລາ 2018, ກຳລັງຮັກສາສັນຕິພາບ ຫວຽດນາມ ກຸ່ມທຳອິດຈະເດີນທາງໄປປະຕິບັດໜ້າທີ່, ລວມມີພະນັກງານ, ນັກຮົບໂຮງໝໍກາງສະໜາມຂັ້ນ 2, ເລກທີ 1, 30 ຄົນ, ສັງກັດກຳລັງຮັກສາສັນຕິພາບ ຫວຽດນາມ ຈະໄປຍັງ ຊູດັງໃຕ້ ເຊິ່ງແມ່ນປະເທດນອນຢູ່ ອາຟຣິກາຕາເວັນອອກ. 
ກຳລັງຮັກສາສັນຕິພາບ ຫວຽດນາມ ອອກເດີນທາງໄປປະຕິບັດໜ້າທີ່ - ảnh 1 ກຳລັງຮັກສາສັນຕິພາບ ຫວຽດນາມ ອອກເດີນທາງໄປປະຕິບັດໜ້າທີ່ (ພາບ: TTXVN)

ຜ່ານນັ້ນ, ສ້າງຂີດໝາຍທຳອິດໃຫ້ແກ່ ຫວຽດນາມ ໃນການຜັນຂະຫຍາຍກຳລັງປະກອບອາວຸດຂັ້ນກົມກອງເອກະລາດ ເຂົ້າຮ່ວມການຮັກສາສັນຕິພາບໂດຍກົງ, ນຳມາໃຫ້ເພື່ອນມິດສາກົນກ່ຽວກັບຮູບພາບແທ້ຈິງຂອງຊາວ ຫວຽດນາມ ຮັກຫອມສັນຕິພາບ ແລະ ມີຄວາມສາມາດຢ່າງພຽງພໍເພື່ອປະຕິບັດບັນດາໜ້າທີ່ສັນຕິພາບສາກົນຂອງສະຫະປະຊາຊາດ.

       ຮັບຮູ້ຄວາມມານະພະຍາຍາມຂອງກຳລັງຮັກສາສັນຕິພາບ ຫວຽດນາມ, ວັນທີ 26 ກັນຍາ, ທີ່ນິວຢອກ ປະເທດ ອາເມລິກາ, ພາຍຫລັງພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບເລື່ອງ ຫວຽດນາມ ຈັດສົ່ງທິມງານໂຮງໝໍກາງສະໜາມໄປຍັງ ຊູດັງໃຕ້, ທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ Atul Khare ໄດ້ຊົມເຊີຍ ແລະ ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະປະກອບສ່ວນທິມງານໂຮງໝໍທີ່ບັນລຸຄຸນນະພາບສູງ, ສາມາດປະກອບສ່ວນເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດຢ່າງມີປະສິດທິຜົນ ແລະ ເລິກເຊິ່ງກ້ວາງຂວາງກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ