ກຽມ​ພ້ອມ​ບັນ​ດາ​ເງື່ອນ​ໄຂ​ເພື່ອ​ທົດ​ລອງ​ການ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຝຸ​ກວັກ

(VOVWORLD) -ຕາມແຜນການໄດ້ຮັບຮອງເອົາຢູ່ກອງປະຊຸມລັດຖະບານສະໄໝສະມັນວັນທີ 6 ກັນຍາ ທີ່ຜ່ານມາ, ຝຸກວັກ ຈະທົດລອງການຮັບແຂກທ່ອງທ່ຽວສາກົນໃນໄລຍະເວລາ 6 ເດືອນ, ຄາດວ່າແຕ່ເດືອນຕຸລາ ປີ 2021.
ກຽມ​ພ້ອມ​ບັນ​ດາ​ເງື່ອນ​ໄຂ​ເພື່ອ​ທົດ​ລອງ​ການ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຝຸ​ກວັກ - ảnh 1ພາບປະກອບ: baochinhphu.vn

ເພື່ອຜັນຂະຫຍາຍການທົດລອງຕ້ອນຮັບແຂກທ່ອງທ່ຽວສາກົນມາ ຝຸກວັກ, ຄາດວ່ານັບແຕ່ເດືອນຕຸລາ ປີ 2021, ນະຄອນຝຸກວັກ ພວມສ້າງແຜນການຜັນຂະຫຍາຍປະຕິບັດ, ໃນນັ້ນມີ 4 ໜ້າທີ່ຕ້ອງປະຕິບັດຢ່າງຮີບດ່ວນ. ນັ້ນແມ່ນຍູ້ແຮງການສັກວັກຊິນໃຫ້ແກ່ປະຊາຊົນໃນເກາະຝຸກວັກ ແລະ ບັນດາຜູ້ເຂົ້າຮ່ວມໂດຍກົງ ເຂົ້າວິວັດການຕ້ອນຮັບ ແລະ ຮັບໃຊ້ໃຫ້ແກ່ແຂກທ່ອງທ່ຽວ, ສ້າງແຜນການຜັນຂະຫຍາຍຢ່າງລະອຽດ ການທົດລອງຮັບແຂກທ່ອງທ່ຽວສາກົນ, ຄັດເລືອກບັນດາວິສາຫະກິດ, ຮາກຖານການບໍລິການ ຮັບໃຊ້ໃຫ້ແກ່ແຂກທ່ອງທ່ຽວສາກົນ, ຮັບປະກັນຄວາມປອດໄພ. 

ຕາມແຜນການໄດ້ຮັບຮອງເອົາຢູ່ກອງປະຊຸມລັດຖະບານສະໄໝສະມັນວັນທີ 6 ກັນຍາ ທີ່ຜ່ານມາ, ຝຸກວັກ ຈະທົດລອງການຮັບແຂກທ່ອງທ່ຽວສາກົນໃນໄລຍະເວລາ 6 ເດືອນ, ຄາດວ່າແຕ່ເດືອນຕຸລາ ປີ 2021. ເປົ້າໝາຍເຊິ່ງໂຄງການມຸ່ງໄປເຖິງ ນັ້ນແມ່ນບັນດາແຂກທ່ອງທ່ຽວສາກົນ ທີ່ມີໃບຢັ້ງຢືນໄດ້ຮັບການສັກວັກຊິນກັນໂຄວິດ - 19 ຢ່າງຄົບຖ້ວນແລ້ວ ຫຼືໃບຢັ້ງຢືນໄດ້ຮັບການປິ່ນປົວພະຍາດໂຄວິດ - 19 ຫາຍດີເປັນປົກກະຕິ ໂດຍອົງການທີ່ມີໜ້າທີ່ຄວາມຮັບຜິດຊອບຢູ່ ຫວຽດານມ ຮັບຮູ້.

ຕອບກັບ

ຂ່າວ/ບົດ​ອື່ນ