ຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່່າງ ຫວຽດນາມ-ສ.ເຊັກໂກ ໃນຫຼາຍຂົງເຂດ

(VOVWORLD) - ວັນທີ 10 ມິຖຸນາ, ຢູ່ຫໍປະຊຸມສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ Morava Vojtech Filip ຮອງປະທານສະພາຕໍ່າ ສາທາລະນະລັດ ເຊັກໂກ (ສ.ເຊັກໂກ), ປະທານພັກກອມມູນິດ ເຊັກໂກ.
ຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່່າງ ຫວຽດນາມ-ສ.ເຊັກໂກ ໃນຫຼາຍຂົງເຂດ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບທ່ານ Morava Vojtech Filip ຮອງປະທານສະພາຕໍ່າ ສາທາລະນະລັດ ເຊັກໂກ (ພາບ: quochoi.vn)

        ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ສອງຝ່າຍພ້ອມກັນສົມທົບຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2020. ທ່ານນາງ ຫງວຽນທິກິມເງິນ ກໍປາດຖະໜາວ່າ ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ - ບໍາລຸງສ້າງ, ພະລັງງານ, ປົກປັກຮັກສາສິ່ງແວດລ້ອມ, ວິທະຍາສາດ-ເຕັກໂນໂລຢີ, ສາທາລະນະສຸກ, ກະສິກໍາ, ສູ້ຊົນຍົກວົງເງິນການຄ້າສອງສົ້ນໃຫ້ບັນລຸລະດັບທີ່ສົມກັບທ່າແຮງບົ່ມຊ້ອນ ແລະ ຄວາມມຸ່ງມາດປາດຖະໜາຂອງທັງສອງຝ່າຍ.

        ສ່ວນທ່ານ Morava Vojtech Filip ຮອງປະທານສະພາຕໍ່າ ເຊັກໂກ ປາດຖະໜາວ່າ ການນໍາສະພາແຫ່ງຊາດ ຈະສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ບັນດາກໍາມາທິການວິຊາການ ຍູ້ແຮງການຮ່ວມມື, ແລກປ່ຽນປະສົບການ ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນລະຫວ່າງບັນດາອົງການນິຕິບັນຍັດ ລະຫວ່າງ ເຊັກໂກ ແລະ ຫວຽດນາມ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານນາງ ຕ່ອງທິຟ໊ອງ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ເຈລະຈາ ກັບທ່ານ Morava Vojtech Filip ຮອງປະທານສະພາຕໍ່າ ສາທາລະນະລັດ ເຊັກໂກ. ນະທີ່ນີ້, ທ່ານນາງ ຕ່ອງທິຟ໊ອງ ປາດຖະໜາວ່າ ສອງຝ່າຍຈະດໍາເນີນການເຈລະຈາ ແລະ ລົງນາມໃນຂໍ້ຕົກລົງສອງຝ່າຍໂດຍໄວ ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນການສົ່ງອອກແຮງງານ, ສ້າງພື້ນໃຫ້ຖານແກ່ການນໍາພະຍາບານ ໄປເຮັດວຽກຢູ່ ສ.ເຊັກໂກ.


ຕອບກັບ

ຂ່າວ/ບົດ​ອື່ນ