ຂຸດຄົ້ນທ່າແຮງຂອງ ແຂວງ ລາວກາຍ ເພື່ອ ພັດທະນາເສດຖະກິດສັງຄົມ
(ຂຸດຄົ້ນທ່າແຮງຂອງແຂວງ ລາວກາຍ ເພື່ອພັດທະນາເສດຖະກິດສັງຄົມ)
(vovworld) – ວັນທີ 28/12, ທີ່ການເຮັດວຽກກັບຄະນະພັກແຂວງລາວກາຍ, ທ່ານເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກດ້ານດິນຟ້າອາກາດທີ່ຮ້າຍແຮງ ເພື່ອບັນລຸໄດ້ບັນດາຜົນງານທີ່ໜ້າຊື່ນຊົມກ່ຽວກັບດ້ານເສດຖະກິດ, ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງພັກ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບປົກປັກຮັກສາເຂດຊາຍແດນຂອງແຂວງລາວກາຍ. ທ່ານເລຮົ່ງແອງ ເນັ້ນໜັກວ່າ, ລາວກາຍ ແມ່ນໜຶ່ງໃນບັນດາເຂດຈຸດສຸມຂອງເຂດຕາເວັນຕົກສ່ຽງເໜືອ, ສະນັ້ນ, ລາວກາຍ ຕ້ອງປະຕິບັດແຜນສັງລວມກ່ຽວກັບໂຄງປະກອບຜົນປະປູກ, ສັດລ້ຽງ, ຈັດສັນຊຸມຊົນໃຫ້ເໝາະສົມກັບເງື່ອນໄຂທຳມະຊາດ ແລະ ທ່າແຮງຂອງແຕ່ລະເຂດໃຫ້ດີກ່ວາອີກ ເພື່ອພັດທະນາທ່າແຮງ, ພັດທະນາເສດຖະກິດສັງຄົມຢ່າງມີປະສິດທິຜົນ, ໝັ້ນຄົງຕາມທິດເພີ່ມອັດຕາສ່ວນອຸດສາຫະກຳ, ການຄ້າ, ການທ່ອງທ່ຽວ ແລະ ການບໍລິການ. ຄະນະພັກແຂວງລາວກາຍ ຕ້ອງສຸມໃສ່ບັນດາເງື່ອນໄຂໃຫ້ເປັນຢ່າງດີ, ພິເສດແມ່ນກ່ຽວກັບບຸກຄະລາກອນກະກຽມໃຫ້ກອງປະຊຸມໃຫຍ່ຂັ້ນຕ່າງໆຂອງພັກໃນໄລຍະຈະມາເຖິງ.