ຂໍ້ຕົກລົງຮ່ວມມືຍົກສູງຄວາມຮັບຮູ້ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ຊຸກຍູ້ການຄຸ້ມຄອງເຄື່ອງຫຸ້ມຫໍ່ແບບຍືນຍົງ
(VOVWORLD) - ຕອນບ່າຍວັນທີ 8 ທັນວາ, ພິທີປະກາດຂໍ້ຕົກລົງວ່າດ້ວຍການຮ່ວມມືກ່ຽວກັບການໂຄສະນາ, ເຜີຍແຜ່ ແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຊຸກຍູ້ການຄຸ້ມຄອງເຄື່ອງຫຸ້ມຫໍ່ແບບຍືນຍົງລະຫວ່າງ ກົມໃຫຍ່ສິ່ງແວດລ້ອມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມກັບບໍລິສັດ Nestlé ຫວຽດນາມ ຈຳກັດ ຖືກຈັດຂຶ້ນໂດຍກົງສົມທົບແບບທາງໄກ.
ບັນດາຜູ້ແທນເຂົ້າຮ່ວມພິທີລົງນາມຂໍ້ຕົກລົງ (ພາບ:baotainguyenmoitruong.vn) |
ການປະກາດຂໍ້ຕົກລົງແມ່ນເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້, ຄວາມຮັບຜິດຊອບຂອງເຈົ້າກຳໃນວຽກງານປົກປັກຮັກສາສິ່ງແວດລ້ອມ, ໂດຍສະເພາະແມ່ນປະຊາຄົມວິສາຫະກິດ ແລະ ທົ່ວສັງຄົມ ໃນການຊຸກຍູ້ບັນດາຂໍ້ລິເລີ່ມ, ຮູບແບບພັດທະນາເສດຖະກິດໝູນວຽນ; ການນຳໃຊ້ ແລະ ຜະລິດສິ່ງເສດເຫຼືອຄືນໃໝ່; ຄຸ້ມຄອງເຄື່ອງຫຸ້ມຫໍ່ແບບຍືນຍົງຕາມຂະບວນການຄົບວົງຈອນ.
ເມື່ອແບ່ງປັນກ່ຽວກັບຄຳໝັ້ນສັນຍາຂອງ Nestlé ຫວຽດນາມ, ທ່ານ Binu Jacob, ຜູ້ອຳນວຍການໃຫຍ່ ບໍລິສັດ Nestlé ຫວຽດນາມ ຈຳກັດ ຖືວ່າ ການປ່ຽນແປງຂອງດິນຟ້າອາກາດ ແມ່ນໜຶ່ງໃນບັນດາເປົ້າໝາຍບຸລິມະສິດໃນການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ ເຊິ່ງ Nestlé ຫວຽດນາມ ພວມມຸ່ງໄປເຖິງ. ຮອດປີ 2025, 100% ເຄື່ອງຫຸ້ມຫໍ່ຂອງ Nestlé ສາມາດຜະລິດຄືນໃໝ່ ແລະ ໃຊ້ຄືນໃໝ່ໄດ້; ວາງຄາດໝາຍການນຳໃຊ້ຢາງພະລາດສະຕິກ 100% ໃຫ້ຫຼຸດລົງ 1/3.