( ການແຫ່ຂະບວນປະທ້ວງເກີດຂຶ້ນຢູ່ ອາເມລິກາ )
(vov world). ໃນ 2 ມື້ທີ່ຜ່ານມາ, ຂະບວນການ ”ຢືດເອົາ Wall Street” ສືບຕໍ່ເກີດຂຶ້ນຢູ່ ອາເມລິກາ, ຂະນະທີ່ການແຫ່ຂະບວນປະທ້ວງເກີດຂຶ້ນຢູ່ຫຼາຍນະຄອນຄື: Oakland, ລັດ California; ນະຄອນ Charlotte, ລັດ North Carolina, ນະຄອນນິວຢອກ ແລະ ນະຄອນ Des Moines, ເມືອງເອກຂອງລັດ Iowa. ກຳລັງຕຳຫຼວດຕ້ອງນຳໃຊ້ອາວຸດ ເພື່ອຍຸບເລິກ ແລະຈັບຕົວຜູ້ແຫ່ຂະບວນປະທ້ວງນັບຮ້ອຍຄົນ. ການແຫ່ຂະບວນປະທ້ວງ ລ້ວນແຕ່ເກີດຂຶ້ນໃນວັນ ”ຕໍ່ຕ້ານທົ່ວປະເທດ” ຄືວັນທີ 30/1. ວັນທີ 29/1, ກຳລັງຕຳຫຼວດນະຄອນ Oakland ປຸກລະດົມຕຳຫຼວດ ແລະ ກຳລັງທີ່ກ່ຽວຂ້ອງນັບພັນຄົນ ເພື່ອປາບປາມຜູ້ແຫ່ຂະບວນ. ນີ້ແມ່ນເຫດການທີ່ມີຈຳນວນຜູ້ແຫ່ຂະບວນປະທ້ວງຖືກຈັບຕົວຫຼາຍທີ່ສຸດນັບແຕ່ເດືອນ 9/2011 ເມື່ອຂະບວນການຢືດເອົາ Wall Street ລະເບີດຂຶ້ນຢູ່ນະຄອນ ນິວຢອກ ແລະ ແຜ່ຂະຫຍາຍໄປທົ່ວ 50 ລັດຂອງ ອາເມລິກາ ກໍ່ຄືນັບຮ້ອຍນະຄອນຢູ່ໃນໂລກ ເພື່ອຄັດຄ້ານບັນດານະໂຍບາຍ ແລະ ກົດໝາຍທີ່ໄຮ້ເຫດຜົນຂອງເສດຖະກິດທຶນນິຍົມ, ເຊິ່ງພຽງແຕ່ສ້າງຜົນປະໂຫຍດໃຫ້ແກ່ຜູ້ຮັ່ງມີເທົ່ານັ້ນ.