ຂະແໜງກວດກາຕ້ອງແກ້ໄຂການຮ້ອງທຸກຂອງພົນລະເມືອງໂດຍໄວ
(ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ກ່າວຄຳເຫັນຊີ້ນຳກອງປະຊຸມ)
(vovworld) - ໃນ 6 ເດືອນຕົ້ນປີ 2015, ຫົ່ວຂະແໜງກວດກາໄດ້ຜັນຂະຫຍາຍການກວດກາບໍລິຫານເກືອບ 2850 ຄັ້ງ ແລະ ກວດກາຂະແໜງສະເພາະໄດ້ກ່ວາ 116.000 ຄັ້ງ. ຜ່ານນັ້ນ, ພົບເຫັນການລະເມີດເງິນເກືອບ 11.300 ຕື້ດົງ. ບັນດາຕົວເລັກດັ່ງກ່າວຖືກຍົກອອກມາທີ່ກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີແນດ ສະຫຼຸບ 6 ເດືອນຕົ້ນປີ 2015 ໂດຍອົງການກວດກາລັດຖະບານຈັດຕັ້ງ ໃນຕອນບ່າຍວັນທີ 15/7 ຢູ່ຮ່າໂນ້ຍ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງຂະແໜງການກວດກາຕ້ອງແກ້ໄຂການຮ້ອງທຸກທີ່ເຄັ່ງຮ້ອນຂອງພົນລະເມືອງໂດຍໄວ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີຂະແໜງການກວດກາປະຕິບັດວຽກງານຄວບຄຸມການສໍ້ລາດບັງຫຼວງ, ໃນນັ້ນຄວນສຸມໃສ່ບັນດາຂະແໜງ, ຂົງເຂດທີ່ມີຄວາມສະດຸງໄວເຊັ່ນ: ຂົງເຂດກໍ່ສ້າງ, ທີ່ດິນ…