ຂະແໜງກະສິກຳຕອບ ສະໜອງວັນກົດໝາຍ ຫວຽດນາມ


ຂະແໜງກະສິກຳຕອບ ສະໜອງວັນກົດໝາຍ ຫວຽດນາມ - ảnh 1

(ພາບ: baodientu.chinhphu.vn)

(vovworld) –​​ ​ໂດຍ​ໄດ້​ຕອບ​ສະໜອງ “ວັນກົດໝາຍຫວຽດນາມ“ (9/11/2013-9/11/2014), ຕອນ​ເຊົ້າວັນ​ທີ 5/11, ຢູ່​ຮ່າ​ໂນ້ຍ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​​ໄດ້​ຈັດ​ກອງ​ປະຊຸມ “ວັນ​ເຊີດ​ຊູວັນ​ກົດໝາຍ​ຫວຽດນາມ“. ຫົວ​ເລື່ອງ​ຂອງວັນ​ກົດໝາຍ​ຫວຽດນາມ ປີ​ນີ້​ແມ່ນ “ທົ່ວ​ປວງ​ຊົນ​ຕັ້ງໜ້າ​ຊອກ​ຮູ້ ​ແລະ ປະຕິບັດ​ລັດຖະທຳ​ມະນູນ, ກົດໝາຍ​ຢ່າງ​ເຂັ້ມງວດ​ເພື່ອ​ຈຸດໝາຍ ປຊຊ ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸດຕິ​ທຳ, ສີວິ​ໄລ“. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮ່າ​ກົງ​ຕວນ, ຮອງ​ລັດຖະມົນຕີ ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດຫວຽດນາມ ​ໃຫ້​ຮູ້​ວ່າ:

   “ພວກຂ້າພະເຈົ້າມີຄວາມຮັບຮູ້ວ່າ, ສ້າງກົດໝາຍແມ່ນເລື່ອງຍາກແຕ່ການຮັບປະກັນການປະຕິບັດກົດໝາຍຢ່າງເຂັ້ມງວດກໍ່ແມ່ນເລື່ອງຍາກກ່ວາ, ສະນັ້ນ, ກ່ອນອື່ນໝົດ, ຕ້ອງສືບຕໍ່ຍົກສູງສະຕິຄວາມຮັບຮູ້, ຄວາມເຂົ້າໃຈກ່ຽວກັບກົດໝາຍ. ພວກຂ້າພະເຈົ້າຮຽກຮ້ອງພະນັກງານ, ລັດຖະກອນ, ພາລະກອນຂະແໜງກະສິກຳແຕ່ລະຄົນຕ້ອງມີຄວາມຮູ້ດ້ານກົດໝາຍກຳນົດກ່ຽວກັບສິດແລະ ພັນທະພື້ນຖານຂອງພົນລະເມືອງ, ລັດຖະກອນ ພ້ອມທັງຕ້ອງມີຄວາມຮູ້ດີໃນດ້ານກົດໝາຍກຳນົດໃນຂົງເຂດເຂົາເຈົ້າຮັບຜິດຊອບ. ​ເຮັດໄດ້ຄືແນວນັ້ນ, ຈຶ່ງສາມາດໂຄສະນາເຜີແຜ່ໜູນຊ່ວຍດ້ວນກົດໝາຍ, ຕຸລາການໃຫ້ແກ່ພົນລະເມືອງດີກ່ວາແລະ ຮັກສາລັກສະນະເຂັ້ມງວດຂອງກົດໝາຍ“./.

​ກ່ຽວ​ຂ້ອງ​ເຖິງ​ຂົງ​ເຂດ​ກະ​ສິ​ກຳຍັງ​ມີ​ຂ່າວ​ວ່າ:

ສ້າງ​ໂຄ​ງປະ​ກອບ​ພັດ​ທະ​ນາ​ກະ​ສິ​ກຳ​ຄືນ​ໃໝ່​ຕິດ​ພັນ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່,ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ເຂດ​ທົ່ງ​ພຽງ​ແມ່ນ້ຳ​ຂອງ.

​​ນີ້​ແມ່ນ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ ເຊິ່ງ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 05/11/2014, ຢູ່​​ແຂວງຊ​ອັກ​ຈັງ ໂດຍ​ຄະ​ນະ​ຊີ້​ນຳ​​ເຂດຕາ​ເວັນ​ຕົກ​ພາກ​ໃຕ້​ສົມ​ທົບ​ກັບ​ກະ​ຊວງ​ກະ​ສິ​ກຳ​ - ພັດ​ທະ​ນາຊົນ​ນະ​ບົດ ແລະ ແຂວງ​ຊ​ອັກ​ຈັງ​ຈັດ​ຕັ້ງ. ທີ່ກອງ​ປະ​ຊຸມ​​ສຳ​ມະ​ນາບັນ​ດາ​ຜູ້​ແທນ​ໄດ້​ປຶກ​ສາ​ຫາ​ລື, ສະ​ເໜີ​ບັນ​ດາ​ກົນ​ໄກ, ​ນະ​ໂຍ​ບາຍ​​ພິ​ເສດສະ​ເພາະທີ່​ເໝາະ​ສົມ​ກັບ​ເຂດທົ່ງ​ພຽງ​ແມ່​ນ້ຳ​ຂອງ ແນ​ໃສ່​ພັດ​ທະ​ນາ​ພື້ນ​ຖານ​ກະ​ສິ​ກຳ ຜະ​ລິດ​ສິນ​ຄ້າ​​ໃຫ້ໝັ້ນ​ຄົງ, ຍົກ​ສູງ​ສະ​ມັດ​ຕະ​ພາບ​ແຮງ​ງານ, ຄຸນ​ນະ​ພາບ ແລະ ມູນ​ຄ່າ​ເພີ່ມ, ​ຄ້ຳ​ປະ​ກັນ​​ສະ​ບຽງ​ອາ​ຫານ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ເຈິ່ນ​ແທງ​ນາມ ລັດ​ຖະ​ມົນ​ຕີ​​ຊ່ວຍ​ວ່າ​ການ ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ໃຫ້​ຮູ້​ວ່າ :

“ ປະ​ຕິ​ບັດ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃໝ່, ເອົາ​ໃຈ​ໃສ່​ພິ​ເສດ​ການ​ລົງ​ທຶນ​ຄົ້ນ​ຄວ້າ, ຖ່າຍ​ທອດການ​​ໝູນໃຊ້​ວິ​ທະ​ຍາ​ສາດ, ຊີ້​ນຳ​ປະ​ຕິ​ບັດ​ບັນ​ດາ​ຈຸດ​ໝາຍ​ກ່ຽວ​ກັບ​ການ​ສ້າງ​ຊົນ​ນະ​ບົດ​ໃໝ່​ຢ່າງ​ຂ້ຽວ​ຂາດ, ໃນ​ນັ້ນ​ເອົາ​ໃຈ​ໃສ່​ພິ​ເສດ​​ເຖິງບັນ​ດາ​ກິດ​ຈະ​ກຳ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ, ຕິດ​ພັນ​ກັບ​ການ​ຜະ​ລິດ​​ໃນ​ການດຳ​ລົງ​ຊີ​ວິດ​​ ​​ປະ​ຈຳວັນ​ຂອງ​ປະ​ຊາ​ຊົນໂດຍ​ກົງ. ກໍ່​ສ້າງ ແລະ ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ໜູນ​ຊ່ວຍ​ພັດ​ທະ​ນາ​ການ​ຜະ​ລິດ​ບັນ​ດາ​ຜ​ະ​ລິດ​ຕະ​ພັນ​ກະ​ເສດ​​ຕົ້ນ​ຕໍ​ທີ່​ມີ​ລັກ​ສະ​ນະ​ແກ່ງ​ແຍ້ງ​ສູງ   ”

ຂ່າວ/ບົດ​ອື່ນ