ຂະແໜງການທູດຕ້ອງຕິດແທດກັບສະພາບຕົວຈິງ, ບັນດາຈຸດສຸມບຸລິມະສິດຂອງລັດຖະບານ ແລະ ແນວທາງການຕ່າງປະເທດຂອງຫວຽດນາມ

(VOVWORLD) -ທ່ານລັດຖະມົນຕີ ບຸຍແທັງເຊີນ ຊີ້ນຳໃຫ້ຂະແໜງການທູດຕ້ອງຕິດແທດກັບສະພາບຕົວຈິງ, ບັນດາຈຸດສຸມບຸລິມະສິດຂອງລັດຖະບານ ແລະ ແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII
ຂະແໜງການທູດຕ້ອງຕິດແທດກັບສະພາບຕົວຈິງ, ບັນດາຈຸດສຸມບຸລິມະສິດຂອງລັດຖະບານ ແລະ ແນວທາງການຕ່າງປະເທດຂອງຫວຽດນາມ - ảnh 1ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸນແທັງເຊີນ
(ພາບ: ກະຊວງການຕ່າງປະເທດ)

ວັນທີ 12 ກໍລະກົດ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດວາລະປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ, ທິດທາງວຽກງານໃນ 6 ເດືອນທ້າຍປີ 2021. ກ່າວຄຳເຫັນຊີ້ນຳວາລະປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸນແທັງເຊີນ ເນັ້ນໜັກວ່າ, ຖັນແຖວພະນັກງານພົວພັນຕ່າງປະເທດ ຄວນສືບຕໍ່ປະຕິບັດວຽກງານຄາດຄະເນສະພາບການໃຫ້ເປັນຢ່າງດີ, ຄົ້ນຄວ້າ, ເສນາທິການ; ໃຫ້ບຸລິມະສິດການສ້າງບັນດາຍຸດທະສາດ, ແຜນຮ່າງສຳຄັນເພື່ອແນໃສ່ຜັນຂະຫຍາຍແນວທາງການຕ່າງປະເທດກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໃຫ້ບັນລຸຜົນສຳເລັດ. ທ່ານລັດຖະມົນຕີ ບຸຍແທັງເຊີນ ຊີ້ນຳໃຫ້ຂະແໜງການທູດຕ້ອງຕິດແທດກັບສະພາບຕົວຈິງ, ບັນດາຈຸດສຸມບຸລິມະສິດຂອງລັດຖະບານ ແລະ ແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII, ຜັນຂະຫຍາຍຢ່າງຄົບຊຸດ, ຮອບດ້ານທັງການພົວພັນ 2 ຝ່າຍ ແລະ ຫຼາຍຝ່າຍ; ຍົກສູງປະສິດທິຜົນການເຊື່ອມໂຍງທາງດ້ານເສດຖະກິດສາກົນ, ການທູດເສດຖະກິດເພື່ອຮັບໃຊ້ການພັດທະນາ, ການທູດວັດທະນະທຳ… ຄຽງຂ້າງນັ້ນ, ກໍ່ຄວນເພີ່ມທະວີປະສິດທິຜົນການສົມທົບກັນລະຫວ່າງການທູດກັບການພົວພັນຕ່າງປະເທດຂອງພັກ, ສະພາແຫ່ງຊາດ ແລະ ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ