ຂະແໜງປ້ອງກັນຄວາມ ສະຫງົບຮົງກົງ(ຈີນ) ຈັບຕົວ 19 ຄົນ
(ພາບ: anninhthudo.vn)
(vovworld)- ວັນທີ 4/10, ຜູ້ນຳໜ້າຂະແໜງປ້ອງກັນຄວາມສະຫງົບຮົງກົງ (ຈີນ) ໃຫ້ຮູ້ວ່າ ໄດ້ຈັບຕົວ 19 ຄົນໃນການປະທະກັນລະຫວ່າວງບັນດາຜູ້ສະໜັບສະໜູນ ແລະ ປະຕິເສດຂະບວນການ “ຍຶດຄອງໃຈກາງເມືອງ“. ການປະທະກັນເລີ່ມເກີດຂຶ້ນນັບແຕ່ຕອນບາຍວັນທີ 3/10 ຮອດຕອນເຊົ້າວັນທີ 4/10 ຢູ່ Mong kok ແລະ Causeway ຊື່ງແມ່ນເຂດການຄ້າໃຫ່ຍ 2 ແຫ່ງທີ່ເຂດປົກຄອງພິເສດຮົງກົງ ອັນໄດ້ເຮັດໃຫ້ຜູ້ແຫ່ຂະບວນປະທ້ວງ ແລະ ພາລະກອນປ້ອງກັນຄວາມສະຫງົບຈຳນວນໜຶ່ງຖືກບາດເຈັບ. ເພື່ອສະກັດກັ້ນການປະທະກັນແຜ່ລາມອອກສູ່ລວງກ້ວາງ, ເຮັດໃຫ້ສະພາບການເກີນຂອບເຂດການຄວບຄຸມ, ຕຳຫຼວດຮົງກົງ ໄດ້ຈັບຕົວພວກຫົວຮຸນແຮງ 19 ຄົນ./.