ຂະແໜງສາທາລະນະສຸກບົ່ງມະຕິພະຍາດທາງອອນລາຍເພື່ອປິ່ນປົວໃຫ້ຜູ້ຕິດ Covid-19

(VOVWORLD) -ບັນດານັກຊ່ຽວຊານໄດ້ສະເໜີໃຫ້ໂຮງໝໍພະຍາດເຂດຮ້ອນສູນກາງ ຈັດສົ່ງບັນດາພະນັກງານທີ່ເກັ່ງກ້າສາມາດຂອງໂຮງໝໍເຂົ້າຮ່ວມການປິ່ວປົວບັນດາຄົນເຈັບໜັກ

ຂະແໜງສາທາລະນະສຸກບົ່ງມະຕິພະຍາດທາງອອນລາຍເພື່ອປິ່ນປົວໃຫ້ຜູ້ຕິດ Covid-19 - ảnh 1ສູນຄຸ້ມຄອງ, ບໍລິຫານໂດຍກົງທາງອອນລາຍໜູນຊ່ວຍການບົ່ງມະຕິ, ປິ່ນປົວພະຍາດ Covid-19

(ພາບປະກອບ: TTXVN)

ຕອນຄ່ຳວັນທີ 15 ມີນາ, ຢູ່ສູນຄຸ້ມຄອງ, ບໍລິຫານໂດຍກົງທາງອອນລາຍໜູນຊ່ວຍການບົ່ງມະຕິ, ປິ່ນປົວພະຍາດ Covid-19, ທ່ານຮອງສາດສະດາຈານ, ປອ ເລືອງຫງອັກເຄ, ຫົວໜ້າກົມຄຸ້ມຄອງການກວດ ແລະ ປິ່ນປົວພະຍາດ, ຮອງຫົວໜ້າອະນຸກຳມະການປິ່ນປົວ ພ້ອມກັບບັນດາສາດສະດາຈານແຖວໜ້າພະແນກປອດ, ລະບົບຫາຍໃຈ, ພະຍາດຕິດຕໍ່ ໄດ້ບົ່ງມະຕິພະຍາດທາງອອນລາຍເພື່ອປິ່ນປົວບັນດາຜູ້ຕິດ Covid-19 ທີ່ເປັນພະຍາດອື່ນພ້ອມຄື: ໂລກຫົວໃຈ, ຄວາມດັນເລືອດສູງ, ເບົາຫວານ…

        ບັນດານັກຊ່ຽວຊານໄດ້ສະເໜີໃຫ້ໂຮງໝໍພະຍາດເຂດຮ້ອນສູນກາງ ຈັດສົ່ງບັນດາພະນັກງານທີ່ເກັ່ງກ້າສາມາດຂອງໂຮງໝໍເຂົ້າຮ່ວມການປິ່ວປົວບັນດາຄົນເຈັບໜັກ ແລະ ເຂົ້າຮ່ວມການບົ່ງມະຕິພະຍາດກັບອະນຸກຳມະການປິ່ນປົວ ແລະ ບັນດານັກຊ່ຽວຊານກ່ຽວກັບພະຍາດຕິດຕໍ່. ບັນດານັກຊ່ຽວຊານໄດ້ແນະນຳວ່າ, ສຳລັບບັນດາຜູ້ມີອາຍຸສູງ ແລະ ມີພະຍາດອື່ນໆພ້ອມນັ້ນ ຄວນຈຳກັດການໄປບ່ອນທີ່ມີຄົນຫຼາຍ ແລະ ຕ້ອງໃຊ້ຜ້າອັດປາກເມື່ອອອກຈາກເຮືອນ.

ຕອບກັບ

ຂ່າວ/ບົດ​ອື່ນ