ຂ່າວ​ກ່ຽວ​ກັບ​ເຫດແຜ່ນ​ດິ​ນ​ໄຫວ​ຢູ່​ເທດ ຕວັກ​ກີ

(VOVWORLD) -ໄລ່ຮອດຕອນເຊົ້າວັນທີ 1 ພະຈິກ, ໃນເຫດແຜ່ນດິນໄຫວຢ່າງຮ້າຍແຮງທີ່ເກີດຂຶ້ນຢູ່ນະຄອນທະເລ Izmir, ທາງທິດຕາເວັນຕົກ ຕວັກກີ ມີຜູ້ເສຍຊີວິດໄດ້ຂຶ້ນເຖິງ 39 ຄົນ ແລະ ຜູ້ຮັດບາດເຈັບ 900 ຄົນ ແລ້ວ.
ຂ່າວ​ກ່ຽວ​ກັບ​ເຫດແຜ່ນ​ດິ​ນ​ໄຫວ​ຢູ່​ເທດ ຕວັກ​ກີ - ảnh 1ພາບປະກອບ

  ໄພພິບັດດັ່ງກ່າວໄດ້ເກີດຂຶ້ນແຕ່ຕອນທ່ຽງວັນທີ 30 ຕຸລາ, ພາຍຫຼັງເຫດແຜ່ນດິນໄຫວທີ່ຮ້າຍແຮງ ແລະ ກໍ່ຂຶ້ນຄື່ນຍັກ, ມີຄວາມສັ່ນສະເທືອນຢູ່ນະຄອນ Izmur ໂດຍເປັນນະຄອນທີ່ມີພົນລະເມືອງຫຼາຍທີ 3 ຂອງປະເທດ ຕວັນກີ. ປັດຈຸບັນ, ບັນດາໜ່ວຍກູ້ໄພກູ້ຊີບພວມຊອກຫາຜູ້ປະສົບເຄາະຮ້າຍຢູ່ໃຕ້ບັນດາຕຶກອາຄານທີ່ຖືກພັງທະລາຍຍ້ອນເຫດການທີ່ຮ້າຍແຮງນີ້.

ພາຍຫຼັງໄດ້ຮັບຂ່າວກ່ຽວກັບເຫດແຜ່ນດິນໄຫວ, ບັນດາສະຖານທູດ ຫວຽດນາມ ປະຈຳ ຕວັກກີ ແລະ ເກຼກ ໄດ້ເປັນເຈົ້າການຕິດຕໍກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບທ້ອງຖິ່ນ ແລະ ປະຊາຄົມຊາວຫວຽດນາມ ຢູ່ປະເທດປະຈຳຖິ່ນ ເພື່ອຊອກຫາຂໍ້ມູນຂ່າວສານກ່ຽວກັບສະພາບການຊາວຫວຽດນາມ ຢູ່ສະຖານທີ່ເກີດເຫດ. ມາຮອດປັດຈຸບັນ, ຍັງບໍ່ມີຂ່າວກ່ຽວກັບຊາວຫວຽດນາມ ຖືກຮັບບາດເຈັບ ແລະ ເສຍຊີວິດເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ