ຂ່ຳນັບຮັບຕ້ອນ 60 ປີ ແຫ່ງວັນປົດປ່ອຍ ນະຄອນຫຼວງ


ຂ່ຳນັບຮັບຕ້ອນ 60 ປີ ແຫ່ງວັນປົດປ່ອຍ ນະຄອນຫຼວງ - ảnh 1

ທ່ານຟ້າມກວາງງິ້ກ່າວຄຳເຫັນທີ່ ກອງປະຊຸມສະມຳນາ

(ພາບ: Nguyên Nhung  )

(vovworld) –​​ ຂ່ຳນັບ​ຮັບ​ຕ້ອນ 60 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ, ຕອນ​ເຊົ້າວັນ​ທີ 3/10, ຢູ່​ຫໍພິພິຕະພັນ​ຮ່າ​ໂນ້ຍ, ​ໄດ້​ຈັດ​ໃຫ້​ມີ​ກອງ​ປະຊຸມ​ສະ​ມຳນາ​ວິທະຍາສາດ “60 ປີແຫ່ງວັນປົດປ່ອຍນະຄອນຫຼວງ: ຜົນງານ, ກາລະໂອກາດ, ສິ່ງທ້າທາຍແລະ ການພັດທະນາ“ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທ່ານ​ຫງວຽນ​ທ້ຽນ​ເຍິນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ; ທ່ານ​ເຈິ​ນດ້າຍ​ກວາງ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ, ທ່ານ​ຟ້າ​ມກວາງ​ງິ້, ກຳມະການ​ກົມ​ການ​ເມືອງ, ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ.

​  ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ຟ້າ​ມກວາງ​ງິ້ ​ເນັ້ນໜັກ​ວ່າ: ​ໂດຍ​ໄດ້​ສືບ​ທອດ, ພັດທະນາ​ມູນ​ເຊື້ອ​ການ​ປະຕິວັດ​ຂອງ​ນະຄອນຫຼວງ ​ແລະ ປະ​ເທດ​ຊາດ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຮ່າ​ໂນ້ຍ ນັບ​ມື້​ນັບ​ໄດ້​ບື່ນຕົວ​ຂຶ້ນ​ຢ່າງ​ແຮງ ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ນະຄອນ​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ສິ່ງ​ທ້າ​ທາຍ, ຕ້ອງ​ມີ​ຄຳ​ເຫັນ​ປະກອບຂອງ​ບັນດານັກວິທະຍາສາດ​ທີ່​ກອງ​ປະຊຸມ​ສຳ​ມະ​ນາຄັ້ງນີ້:

  “ພ້ອມກັບບັນດາກາລະໂອກາດທີ່ໃຫ່ຍຫຼວງ, ຮ່າໂນ້ຍ ຕ້ອງປະເຊີນໜ້າກັບບັນດາທິ່ງທ້າທາຍພວມໄດ້ວາງອອກ, ​ເສດຖະກິດພັດທະນາບໍ່ທັນເທົ່າທຽມກັບຄວາມສາມາດບົ່ງຊ້ອນ. ຫຼາຍແຫຼ່ງກຳລັງແລະ ທ່າ​​ໄດ້ປຽບຂອງນະຄອນຫຼວງບໍ່ທັນໄດ້ຮັບການຂຸດຄົ້ນແລະ ນຳໃຊ້ຢ່າງມີປະສິດທິຜົນ. ກຳລັງແກ່ງແຍ້ງຂອງ​​ເສດຖະກິດ ນະຄອນຫຼວງຍັງມີຄວາມຈຳກັດຢູ່. ການເຊື່ອມຕົວເຂົ້າກັບສາກົນບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການເທື່ອ“./.

ຂ່າວ/ບົດ​ອື່ນ