ຄົ້ນພົບຊາວອົບພະຍົບ 8 ຄົນໃນລົດແຊ່ເຢັນຢູ່ ຝຣັ່ງ

(VOVWORLD) - ສຳນັກຂ່າວສານ AFP ໄດ້ຄັດສະເໜີແຫຼ່ງຂາວຕຸລາການໃຫ້ຮູ້ວ່າ: ຊາວອົບພະຍົບ 8 ຄົນ, ໃນນັ້ນມີເດັກນ້ອຍ 4 ຄົນ ຖືກຄົ້ນພົບໃນສະພາບອຸນຫະພູມຮ່າງກາຍຫລຸດລົງໜ້ອຍໜຶ່ງ ໃນລົດບັນທຸກແຊ່ງເຢັນ ທີ່ພວມເດີນທາງຈາກທ່າກ່ຳປັ່ນທະເລຂອງ ຝຣັ່ງ ຂຶ້ນເຮືອບັກໄປຍັງ ອັງກິດ.

 ແຫຼ່ງຂ່າວບໍ່ເຜີຍຊື່ໃຫ້ຮູ້ວ່າ: ຊາວອົບພະຍົບເຫຼົ່ານີ້  ລ້ວນແຕ່ໄດ້ຮັບຖືວ່າແມ່ນຊາວ ອາບການິດສະຖານ, ຖືກຄົ້ນພົບປ້ອມກວດກາຢູ່ທ່າກ່ຳປັ່ນ Calais ຂອງ ຝຣັ່ງ ໃນຕອນເຊົ້າວັນທີ 28 ຕຸລາ. ຂະນະນັ້ນ ອຸນຫະພູມໃນລົດມີພຽງແຕ່ປະມານ 7 ອົງສາ C ເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ